ອາຫານຕໍ່ໄປນີ້ເຮັດໃຫ້ທ່ານເຈັບຫົວຊ້ຳເຮື້ອ

- 030112 2017 - ອາຫານຕໍ່ໄປນີ້ເຮັດໃຫ້ທ່ານເຈັບຫົວຊ້ຳເຮື້ອ
- kitchen vibe - ອາຫານຕໍ່ໄປນີ້ເຮັດໃຫ້ທ່ານເຈັບຫົວຊ້ຳເຮື້ອ

ທ່ານໃດມີພະຍາດປະຈຳໂຕ ເຊັ່ນ : ເຈັບຫົວຊຳ້ເຮື້ອ ຈຳເປັນຕ້ອງລະວັງການໃຊ້ຊີວິດປະຈຳວັນຫລາຍກ່ວາຄົນທົ່ວໄປ ໂດຍສະເພາະອາຫານ ຫາກບໍ່ລະວັງອາດເຮັດໃຫ້ຮ່າງກາຍໄດ້ຮັບສານໄທຣາມີນ ແລະ ໄນໄຕຣ ເຮັດໃຫ້ລະບົບປະສາດ ແລະ ຫລອດເລືອດຫົດໂຕທັນທີ ຈຶ່ງເຮັດໃຫ້ເຈັບຫົວຂຶ້ນມາກະທັນຫັນ. ດັ່ງນັ້ນຈຶ່ງຄວນລະວັງ 5 ອາຫານຕໍ່ໄປນີ້ :

  1. ໄສ້ກອກຫວານ ແລະ ຊີ້ນຫລອດ : ເພາະສີແດງໆຂອງອາຫານທັງສອງຊະນິດນີ້ມີສານບາງຢ່າງ ເຊິ່ງເຮັດໃຫ້ທ່ານເຈັບຫົວໄດ້ທັນທີ.
  2. ຊັອກໂກແລັດ : ຄົນເຈັບຫົວຊຳ້ເຮື້ອກິນຊັອກໂກແລັດແລ້ວຈະເຈັບຫົວຂຶ້ນມາທັນທີ, ແຕ່ກໍສາມາດກິນຊັອກໂກແລັດຂາວໄດ້ ເພາະມີນົມເປັນສ່ວນປະສົມຫລາຍກ່ວາ.
  3. ແອສປາແທມ ຫລື ສານໃຫ້ຄວາມຫວານແທນນຳ້ຕານ : ມີຜົນການສຳຫລວດຫລາຍກ່ວາຄົນທີ່ເຈັບຫົວຊຳ້ເຮື້ອ ມັກຈະເຈັບຕື່ມເມື່ອກິນສານຊະນິດນີ້ເຂົ້າໄປ.
  4. ເຫລົ້າແວັງແດງ : ມີໄທຣາມີນ ແລະ ໄນໄຕຣຫລາຍ ດັ່ງນັ້ນຫລີກເວັ້ນຈະດີກ່ວາ.
  5. ລູກຊີ້ນ : ກໍມີສານເຮັດໃຫ້ເຈັບຫົວໄດ້ຄືກັນ, ແຕ່ບໍ່ແມ່ນທຸກຍີ່ຫໍ້ທີ່ໃສ່ສານບໍແຣັກທີ່ເຮັດໃຫ້ລູກຊີ້ນເດັ້ງຂຶ້ນ ນອກຈາກຈະເຮັດໃຫ້ເຈັບຫົວແລ້ວ ຍັງເປັນສານກໍ່ພະຍາດມະເຮັງນຳອີກ.

ຫາກທ່ານໃດມັກມີອາການເຈັບຫົວເປັນປະຈຳ ໂດຍບໍ່ຮູ້ສາເຫດ ແລະ ບໍ່ຮູ້ວ່າຕົນເອງມີພະຍາດປະຈຳໂຕຄືເຈັບຫົວຊຳ້ເຮື້ອ ກໍຄວນໄປພົບທ່ານໝໍເພື່ອຮັບການປິ່ນປົວ ພ້ອມທັງຫລີກເວັ້ນອາຫານທີ່ເປັນສາເຫດເຮັດໃຫ້ອາການເຈັບຫົວນັ້ນຮຸນແຮງຂຶ້ນກ່ວາ ເກົ່າຕື່ມອີກ.

- Visit Laos Visit SALANA BOUTIQUE HOTEL - ອາຫານຕໍ່ໄປນີ້ເຮັດໃຫ້ທ່ານເຈັບຫົວຊ້ຳເຮື້ອ
- 5 - ອາຫານຕໍ່ໄປນີ້ເຮັດໃຫ້ທ່ານເຈັບຫົວຊ້ຳເຮື້ອ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!