ເປີດໂຄງການລ້ຽງສັດ, ປູກຝັງ ແລະ ການປະມົງ ພູພຽງນາກາຍ

- DSC 2015 - ເປີດໂຄງການລ້ຽງສັດ, ປູກຝັງ ແລະ ການປະມົງ ພູພຽງນາກາຍ
- kitchen vibe - ເປີດໂຄງການລ້ຽງສັດ, ປູກຝັງ ແລະ ການປະມົງ ພູພຽງນາກາຍ

ໃນວັນທີ 30 ພະຈິກຜ່ານມານີ້, ອົງການຝຣັ່ງເພື່ອການພັດທະນາ (AFD), ບໍລິສັດ ໄຟຟ້ານໍ້າເທີນ 2 (NTPC) ແລະ ຄະນະປົກຄອງແຂວງ ຄໍາມ່ວນ ຮ່ວມກັບກະຊວງກະສິກໍາ-ປ່າໄມ້, ໄດ້ຈັດພິທີເປີດ ໂຄງການລ້ຽງສັດ, ການປູກຝັງ ແລະ ການປະມົງ (NP-LAF), ຂຶ້ນທີ່ນະຄອນຫຼວງວຽງຈັນ, ເພື່ອສະໜັບສະໜູນວຽກງານພັດທະນາການລ້ຽງສັດ, ການປູກຝັງ ແລະ ການປະມົງ ຢູ່ພູພຽງນາກາຍ ແຂວງຄໍາມ່ວນ,  ໂດຍການເຂົ້າຮ່ວມ ຂອງທ່ານ ຄລໍດີນ ເລີໂດ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມຂອງຝຣັ່ງ ປະຈໍາລາວ, ມີຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ເຈົ້າແຂວງ ແຂວງຄໍາມ່ວນ ແລະ ຜູ້ຕາງໜ້າຈາກສະຖາບັນການເງິນສາກົນ ກໍຄືຄະນະຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ແລະ ສັງຄົມອົງການດັ່ງກ່າວເຂົ້າຮ່ວມນໍາດ້ວຍ.

ໂຄງການນີ້ມີໄລຍະດໍາເນີນງານ 5 ປີ ໂດຍຈະສຸມໃສ່ການພັດທະນາແບບແຜນການດໍາລົງຊີວິດຂອງປະຊາຊົນທີ່ປະກອບອາຊີບ ປູກຝັງ-ລ້ຽງສັດ ແລະ ການປະມົງ ເພື່ອຮັບປະກັນໃຫ້ບັນດາຄົວເຮືອນທີ່ໄດ້ຮັບຜົນກະທົບ ຈາກໂຄງການໄຟຟ້ານໍ້າເທີນ 2 ສາມາດມີວຽກເຮັດງານທໍາທີ່ໝັ້ນຄົງ ແລະ ຍືນຍົງ. ໂຄງການດັ່ງກ່າວ, ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການຝຣັ່ງເພື່ອການພັດທະນາ 1,5 ລ້ານຢູໂຣ, ບໍລິສັດ ໄຟຟ້ານໍ້າເທີນ 2 ຈະສະໜອງທຶນທາງດ້ານວິຊາການ 1,5 ລ້ານຢູໂຣ ແລະ ລັດຖະບານລາວ 29.000 ຢູໂຣ.

ເນື່ອງຈາກວ່າ: ການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 2 ຕ້ອງໄດ້ ຍົກຍ້າຍປະຊາຊົນຈໍານວນ 6.289 ຄົນໃນ 17 ບ້ານຢູ່ເຂດເທິງພູພຽງນາກາຍອອກຈາເຂດກໍ່ສ້າງ. ການຊົດເຊີຍ ແລະ ແຜນການພັດທະນາທີ່ຄົບຖ້ວນສົມບູນ Buy Oral Steroids ຖືກຈັດຕັ້ງປະຕິບັດພາຍໃຕ້ການຮ່ວມມືຂອງລັດຖະບານລາວ ແລະ ບໍລິສັດ ເຂື່ອນໄຟຟ້ານໍ້າເທີນ 2,  ເພື່ອຟື້ນຟູແບບແຜນການດໍາລົງຊີວິດຂອງປະຊາຊົນທີ່ຖືກຜົນກະທົບໃນຊ່ວງໄລຍະການປ່ຽນແປງ. ໂຄງການດັ່ງກ່າວ ແລະ ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນທີ່ກວ້າງໄກ ຂອງການພັດທະນາເສດຖະກິດຂອງປະເທດ.

- 3 - ເປີດໂຄງການລ້ຽງສັດ, ປູກຝັງ ແລະ ການປະມົງ ພູພຽງນາກາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!