ເງິນສຳຮອງຕ່າງປະເທດຈີນ ກັບມາເກີນ 3 ຕື້ໂດລາສະຫະລັດອີກເທື່ອຫນຶ່ງ
March 9, 2017 - 11:33 AM


ທະນາຄານປະຊາຊົນຈີນ ເຊິ່ງເປັນທະນາຄານກາງຖະແຫລງໃນເວັບໄຊ ວັນທີ 7 ມີນານີ້ວ່າ: ທຶນສຳຮອງເງິນຕາຕ່າງປະເທດເດືອນກຸມພາເພີ່ມຂຶ້ນ 6.900 ລ້ານໂດລາສະຫະລັດ ເປັນ 3,01 ຕື້ໂດລາສະຫະລັດສູງກວ່າບລູມເບິກນິວຄາດຄະເນວ່າຈະຫລຸດລົງເຫລືອ 2,97 ຕື້ໂດລາສະຫະລັດ ແລະ ຟື້ນຕົວຫລາຍເມື່ອທຽບໃສ່ເດືອນມັງກອນທີ່ຫລຸດລົງ 12.300 ລ້ານໂດລາສະຫະລັດ ເຫລືອຕໍ່າກວ່າ ເກນຈິດວິທະຍາ 3 ຕື້ໂດລາສະຫະລັດ ເປັນເທື່ອທຳອິດໃນຮອບ 6 ປີ.
ແຕ່ໄລຍະຫລາຍເດືອນຜ່ານມາ, ທາງການຈີນໄດ້ອອກມາດຕະການຊຸດໃໝ່ເພື່ອລະງັບເງິນ ທຶນໄຫລອອກປະກອບມີການກວາດລ້າງທະນາຄານໃຕ້ດິນທີ່ເປັນຊ່ອງທາງລັກລອບນຳເງິນອອກນອກປະເທດ ແລະ ຄວບຄຸມບໍ່ໃຫ້ບໍລິສັດຈີນຊື້ຊັບສິນໃນຕ່າງປະເທດຢ່າງໄຮ້ເຫດຜົນ ເຊັ່ນ: ຊື້ສະໂມສອນບານເຕະ, ຫ້ອງຜະລິດຮູບເງົາຮໍລີວູດ.