ປີ 2024 ແຂວງບໍ່ແກ້ວໄດ້ຮັບແຜນໂຄງການລົງທຶນຂອງລັດ 138 ໂຄງການ ມູນຄ່າ 2,903.28 ຕື້ກີບ.

ສະຖານີວິທະຍຸ-ໂທລະພາບ ແຂວງບໍ່ແກ້ວ ລາຍງານ ວັນທີ 7 ກຸມພາ 2025 ນີ້ວ່າ: ປີ 2024ຜ່ານມາແຂວງບໍ່ແກ້ວ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຮັບຮອງ ແຜນໂຄງການລົງທຶນຂອງລັດ ທັງໝົດ 138 ໂຄງການ ມູນຄ່າທັງໝົດ 2,903 ຕື້ກວ່າກີບ….

ສົມເດັດ ເຕໂຈ ຮຸນແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 6-7 ກຸມພາ 2025

(ສພຊ) – ໃນຕອນເຊົ້າຂອງວັນທີ 06 ກຸມພາ 2025, ສົມເດັດ ອັກຄະມະຫາ ເສ ນາບໍດີ ເຕໂຈ ຮຸນແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຄະ ນະຜູ້ແທນຂັ້ນສູງກຳປູເຈຍ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ…

ບໍລິສັດ ທາງລົດໄຟລາວ-ຈີນ ຊີ້ແຈງເຫດ ປະເດັນຜູ້ໂດຍສານຕ່າງປະເທດບໍ່ທັນລົດໄຟ ທີ່ສະຖານີວັງວຽງ

ວັນທີ 7 ກຸມພາ 2025 ນີ້, ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ຊີ້ແຈງກ່ຽວກັບເຫດການທີ່ຜູ້ໂດຍສານຕ່າງປະເທດບໍ່ທັນລົດໄຟທີ່ສະຖານີວັງວຽງ ໃນວັນທີ 4 ກຸມພາທີ່ຜ່ານມາ ດັ່ງລາຍລະອຽດລຸ່ມນີ້: ໃນເວລາ 11:35:22 ຂອງວັນທີ 4 ກຸມພາ 2025 ທີ່ສະຖານີລົດໄຟວັງວຽງ,…

ລັດວິສາຫະກິດໄຟຟ້າລາວຊີ້ແຈງວ່າ ຈະບໍ່ສົ່ງໄຟ ຫລື ຂາຍໄຟ ໃຫ້ແກ້ງ Call Center ຢ່າງເດັດຂາດ

ວັນທີ 6 ກຸມພາ 2025 ຜ່ານມານີ້ລັດວິສາຫະກິດໄຟຟ້າລາວ ຊີ້ແຈງຜ່ານເພຈຂ່າວໄຟຟ້າລາວວ່າ: ລັດວິສາຫະກິດມີການຊື້ຂາຍ ແລກປ່ຽນພະລັງງານກັບທຸກປະເທດອ້ອມຂ້າງເຮົາຕາມກອບການຮ່ວມມື ແລະ ເຊື່ອມໂຍງທາງດ້ານໄຟຟ້າຂອງອາຊຽນ ເຊີ່ງປະຈຸບັນ ສປປ ລາວ ມີການເຊື່ອມໂຍງ ແລະຊື້-ຂາຍກັບ ໄທ, ຫວຽດນາມ, ກຳປູເຈຍ ແລະ ສປ…

7 ສິ່ງທ້າທາຍຂໍ້ຫຍຸ້ງຍາກ ວຽກງານກວດຄົນເຂົ້າ-ອອກ ສປປ ລາວໃນໄລຍະປີທ່ອງທ່ຽວລາວ 2024

ໃນກອງປະຊຸມສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ວັນທີ 5 ກຸມພາ 2025, ທ່ານ ພັອ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໄດ້ປະກອບຄຳເຫັນ ກ່ຽວກັບ ວຽກງານກວດຄົນ ເຂົ້າ-ອອກ ສປປ ລາວ, ທີ່ຕິດພັນກັບ ການປະຕິບັດນະໂຍບາຍຍົກເວັ້ນ ວີຊາ…

ກະຊວງ ຖວທ ສະຫລຸບວຽກປະຈຳ ປີ 2024 ທົ່ວປະເທດ

ກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ດຳເນີນໄປໃນວັນທີ 6-7 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ…

ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ

ສໍານັກຂ່າວສົດລາຍງານວັນທີ 5 ກຸມພາ 2025 ວ່າ: ກອງຮ້ອຍຕໍາຫລວດຊາຍແດນທີ 236 ອໍາເພີເມືອງ ຈັງຫວັດນະຄອນພະນົມ ຮ່ວມກັບຕໍາຫລວດຊຸດປາບປາມຢາເສບຕິດ ດ່ານພາສີ ນະຄອນພະນົມ ຖະແຫລງຂ່າວການຈັບກຸມຜູ້ຖືກຫາຈໍານວນ 2 ຄົນ ພ້ອມຂອງກາງ ຢາເສບຕິດປະເພດຢາບ້າ ຈໍານວນ 985 ມັດ…

ອາເຈນຕິນາກຽມລາອອກຈາກການເປັນສະມາຊິກອົງການອະນາໄມໂລກ

       ລັດຖະບານອາເຈນຕິນາກຽມຖອນຕົວອອກຈາກການເປັນສະມາຊິກອົງການອະນາໄມໂລກ.        ທໍານຽບລັດຖະບານອາເຈນຕິນາອອກຖະແຫງການວ່າ: ປະທານາທິບໍດີ ຂາບິເອມິເລ ຜູ້ນໍາອາເຈນຕິນາ ມີຄໍາສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງກຽມຖອນຕົວອອກຈາກການເປັນສະມາຊິກອົງການອະນາໄມໂລກ (WHO) ເພື່ອໃຫ້ອາເຈນຕິນາສາມາດດໍາເນີນນະໂຍບາຍທີ່ກ່ຽວຂ້ອງໄດ້ຢ່າງຍືດຍຸ່ນຂຶ້ນ ແລະ ບໍລິຫານຊັບພະຍາກອນທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິພາບ.        ນັບແຕ່ຮັບຕໍາແໜ່ງໃນເດືອນທັນວາ 2023 ທ່ານ ມິເລ ໃຊ້ມາດຕະການຮັດສາຍແອວແບບເຄັ່ງຕຶງ ລວມທັງການຄວບຄຸມຄ່າໃຊ້ຈ່າຍຂອງລັດຢ່າງເຄັ່ງຄັດ. ເຖິງຢ່າງໃດກໍຕາມ,…

ອິນໂດເນເຊຍຂໍໂທດປະຊາຊົນ ຂໍ້ຈໍາກັດຂາຍແກັສຫຸງຕົ້ມເຮັດໃຫ້ວຸ້ນວາຍ

       ກະຊວງພະລັງງານຂອງອິນໂດເນເຊຍ ກ່າວຂໍໂທດປະຊາຊົນ ພາຍຫລັງອອກນະໂຍບາຍຫ້າມຮ້ານຄ້າຂະໜາດນ້ອຍຂາຍແກັສຫຸງຕົ້ມລາຄາຖືກ ຈົນເຮັດໃຫ້ມີຜູ້ຕໍ່ແຖວເປັນຈໍານວນຫລາຍ ແລະ ສ້າງຄວາມບໍ່ພໍໃຈຕໍ່ປະຊາຊົນ.        ວັນທີ 4 ກຸມພາຜ່ານມາ, ລັດຖະບານອິນໂດເນເຊຍປະກາດຢຸດນະໂຍບາຍ ເຊິ່ງກໍານົດໃຫ້ກະປ໋ອງແກັສປິໂຕຣລຽມເຫລວຂະໜາດ 3ກກ ຕ້ອງຈໍາໜ່າຍໂດຍຮ້ານຄ້າທີ່ກໍານົດເທົ່ານັ້ນ ທີ່ຫາກໍບັງຄັບໃຊ້ໃນວັນທີ 1 ກຸມພາ.        ຄໍາສັ່ງດັ່ງກ່າວມີຂຶ້ນຫລັງຄະນະກໍາມະການກວດສອບຂອງອິນໂດເນເຊຍ…