ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ”

ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ” - news TJnsQQGWKV161038 533 - ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ”
ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ” - kitchen vibe - ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ”

ຫວຽດນາມ​ເປີດ​ເຜີຍ​ວ່າ: ການ​ແຜ່​ລະບາດ​ຮອບ​ໃໝ່ຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ປະ​ເທດ ​ເຊິ່ງມີ​ສູນ​ກາງ​ຢູ່​ແຂວງ​ທາງ​ເໜືອ ​ເປັນ​ເຊື້ອ​ໄວຣັສ​ໂຄ​ໂຣນາ “ຊະນິດ​ກາຍພັນ” ​ແບບ​ທີ່​ພົບ​ແຫ່ງ​ທຳ​ອິດ​ໃນ​ອັງກິດ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ກະຊວງ​ສາທາລະນະ​ສຸກ​ຂອງ​ຫວຽດນາມ​ອອກ​ລາຍ​ງານ​ໃນ​ວັນ​ທີ 2 ກຸມພາ 2021 ວ່າ: ນັບ​ແຕ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ຈາກ​ການ​ໄດ້​ຮັບ​ເຊື້ອ​ເປັນ​ຄົນ​ທຳ​ອິດ​ໃນ​ຮອບ 55 ວັນ ຢູ່​ແຂວງ​ຫາຍ​ເຊືອງ ທາງ​ຕອນ​ເໜືອ​ຂອງ​ປະ​ເທດ ​ເຊື້ອພະຍາດ​ໄດ້​ແຜ່​ກະຈາຍ​ອອກ​​ໄປ​ແລ້ວ​ຫລາຍ​ກວ່າ 10 ​ແຂວງ ລວມທັງ​ນະຄອນຫລວງ​ຮ່າ​ໂນ້ຍ ​ແລະ ​ເມືອງ​ໂຮ່ຈີ​ມິນ ພົບ​ຜູ້​ຕິດ​ເຊື້ອສະ​ສົມ​ຢ່າງ​ໜ້ອຍ 276 ຄົນ.

ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ” - Visit Laos Visit SALANA BOUTIQUE HOTEL - ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ”

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜົນ​ການກວດ​ສອບ​ທາງ​ພັນທຸ​ກຳ​ຢ່າງ​ລະອຽດ​​ ຂອງ​ເຊື້ອ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່​ທີ່​ພົບ​ໃນ​ຜູ້​ຕິດ​ເຊື້ອກຸ່ມ​ຫລ້າ​ສຸດ ປາກົດ​ວ່າ​ມີ​ຢ່າງ​ໜ້ອຍ 12 ຄົນ ຕິດ​ເຊື້ອ​ໄວຣັສຊະນິດ​ກາຍພັນ “ບີ117” ​ເຊິ່ງ​ເປັນ​ສາຍ​ພັນ​ທີ່​ພົບ​ຄັ້ງທຳ​ອິດ​ໃນ​ອັງກິດ ​ແລະ ​ເປັນ​ໜ້າ​ກັງວົນ​ວ່າ ການ​ສອບ​ສວນ​ພະຍາດ​ຍັງ​ບໍ່​ສາມາດ​ລະບຸ​ໄດ້​ແນ່ນອນ​ວ່າ ຜູ້​ຕິດ​ເຊື້ອຄົນ​ທຳ​ອິດ​ຂອງ​ກຸ່ມ ​ເຊິ່ງ​ເປັນ​ຜູ້ຍິງ​ໄດ້​ຮັບ​ເຊື້ອຈາກ​ແຫ​ລ່ງ​ໃດ, ​ເຖິງ​ວ່າ​ບຸກຄົນ​ໃກ້ຊິດ​ກັບ​ນາງ​ຄົນ​ຫລ້າ​ສຸດ ​ເຊິ່ງ​ເປັນ​ເພື່ອນ​ຮ່ວມ​ງານ​ຜູ້ຍິງ​ເດີນທາງ​ໄປ​ຍີ່​ປຸ່ນ ​ແລະ ກວດ​ພົບ​ເຊື້ອຢູ່​ນັ້ນ ​ແຕ່​ຍັງ​ບໍ່​ອາດ​ຢືນຢັນ​ໄດ້​ວ່າ ການ​ຕິດ​ເຊື້ອ​ເກີດ​ຂຶ້ນ​ເມື່ອ​ໃດ.

ທັງ​ນີ້, ​ເມືອງ​ຫາຍ​ເຊືອງ ​ເຊິ່ງ​ເປັນ​ເມືອງ​ເອກ​ຂອງ​ແຂວງ​ຫາຍ​ເຊືອງ ປະກາດ​ລັອກດາວ​ຫລາຍ​ຈຸດ​ເປັນ​ເວລາ 21 ວັນ ນັບ​ແຕ່​ວັນ​ທີ 31 ມັງກອນ​ຜ່ານ​ມາ. ຂະນະ​ທີ່​ໂຮງຮຽນ​ໃນ​ນະຄອນຫລວງ​ຮ່າ​ໂນ້ຍ ​ແລະ ອີກ 22 ​ແຂວງ ​ເລື່ອນ​ປິດ​ຮຽນ​ໃນ​ຊ່ວງ​ເທດສະການເຕັດໃຫ້ໄວຂຶ້ນກວ່າກຳນົດ.

ປັດຈຸບັນ ຫວຽດນາມ​ມີ​ຜູ້​ຕິດ​ເຊື້ອສະ​ສົມ​ຈາກ​ໂຄ​ວິດ-19 ຢ່າງ​ໜ້ອຍ 1.851 ຄົນ ​ແລະ ​ເສຍ​ຊີວິດ 35 ຄົນ.

ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ” - 3 - ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ”
ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ” - 4 - ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ”
ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ” - 5 - ໂຄວິດຮອບໃໝ່ຢູ່ຫວຽດນາມ ເປັນເຊື້ອ “ສາຍພັນອັງກິດ”