ຈັບແກ້ງປອມແປງໃບຕາດິນຈໍາເອົາເງິນ (ສໍ້ໂກງປະຊາຊົນ) ໄດ້ 4 ຄົນ
February 3, 2021 - 12:11 PM
ວັນທີ 2 ກຸມພາ 2021 ນີ້ ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສາມາດຈັບກຸ່ມແກ້ງປອມແປງເອກະສານໃບຕາດິນ ໄດ້ 4 ຄົນ ເຊິ່ງມີຂໍ້ມູນຄື: ນາງ ສີວອນ ອາຍຸ 48 ປີ ຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ ເອົາເອກະສານໃບຕາດິນມາຈໍານຳເອົາເງິນແລ້ວບໍ່ໄຊ້ຄືນ. ເຈົ້າໜ້າທີ່ຈຶ່ງນຳຕົວຜູ້ກ່ຽວມາສອບສວນ ຈຶ່ງຮູ້ວ່າມີການກະທຳເປັນກຸ່ມແກ້ງ ແລະ ມີຜູ້ຖືກເສຍຫາຍໃນຮູບການນີ້ອີກເປັນຈໍານວນຫຼາຍ ແລະ ສ້າງມູນຄ່າເສຍຫາຍທາງດ້ານຊັບສິນ ເປັນເງິນ 600 ລ້ານກີບ ແລະ ເອກະສານໃບຕາດິນຈໍານວນ 15 ໃບ.
ຜ່ານການສອບສ່ວນ ນາງ ສີວອນ ຮັບສາລະພາບວ່າ: ໄດ້ໃຊ້ວິທີສໍ້ໂກງຊັບດ້ວຍການປອມແປງເອກະສານຕາດິນຂອງຜູ້ຄົນທີ່ນຳມາຈໍາເອົາເງິນ ລວມທັງໝົດ 7 ຄັ້ງ
ຕໍ່ກັບຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ຍັງສາມາດຈັບຕົວຜູ້ຮ່ວມຂະບວນການນຳກັນໄດ້ອີກ 3 ຄົນ ຄື:
- ນາງ ພູທອນ ຫຼື ກັ່ນ ອາຍຸ 46 ປີ ຢູ່ບ້ານໂຊກຄໍາ.
- 2. ນາງ ໄພວັນ ຫຼື ວັນ ອາຍຸ 46 ປີ ຢູ່ບ້ານນາໄຫ ເມືອງຫາດຊາຍຟອງ
- ທ້າວ ບຸນທັນ ຫຼື ອື່ງ ອາຍຸ 42 ປີ ຢູ່ບ້ານໜອງປິງ ເມືອງຈັນທະບູລີ; ສ່ວນຜູ້ຮ່ວມຂະບວນການອີກຫຼາຍຄົນເຈົ້າໜ້າທີ່ຍັງສືບຕໍ່ຄົ້ນຫາ ແລະ ຕິດຕາມຈັບຕົວ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.
ລິ້ງກ່ຽວຂ້ອງ: ຄວາມສະຫງົບລາຍວັນ