ທ່ານ Mark Zuckerberg ຜູ້ກໍ່ຕັ້ງແລະ CEO ຂອງ Facebook ໄດ້ເລີ່ມເປີດໃຫ້ໃຊ້ງານ ໃນວັນທີ 4 ເດືອນກຸມພາປີ 2004 ຄົບຮອບ 17 ປີ
February 4, 2021 - 10:53 AM
ທ່ານ Mark Zuckerberg ຜູ້ກໍ່ຕັ້ງແລະ CEO ຂອງ Facebook ໄດ້ເລີ່ມເປີດໃຫ້ໃຊ້ງານ ໃນວັນທີ 4 ເດືອນກຸມພາປີ 2004, ເພື່ອສື່ສານ ໃນກຸ່ມໝູ່ເພື່ອນນັກສຶກສາຮາວາດ ກ່ອນທີ່ມັນຈະເຕີບໃຫຍ່ກາຍເປັນສື່ສັງຄົມທີ່ໃຊ້ຫຼາຍທີ່ສຸດໃນໂລກໃນປັດຈຸບັນ.
ເຟສບຸກມີລາຍໄດ້ປະຈຳ ໃນປີ 2020 ປະມານ 85,9 ຕື້ໂດລາສະຫະລັດ, ເຊິ່ງເພີ່ມຂຶ້ນ 22% ຈາກປີ 2019
ລາຍໄດ້ສ່ວນໃຫຍ່ແມ່ນຈາກການລົງໂຄສະນາ ລາຍໄດ້ອື່ນໆນັ້ນກວມພຽງແຕ່ 1,5% ຂອງລາຍໄດ້ທັງໝົດ
ມາຮອດວັນທີ 4ກຸມພາ 2021 ເປັນມື້ຄົບຮອບ 17 ປີຂອງການສ້າງຕັ້ງເຟສບຸກ