ຍີ່ປຸ່ນມອບພາຫະນະ ແລະ ອຸປະກອນພາກສະໜາມ ໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ
ພິທີມອບ-ຮັບ ພາຫະນະ ແລະ ອຸປະກອນພາກສະຫນາມໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດລາວເຮົາ, ພາຍໃຕ້ໂຄງການເລັ່ງລັດວຽກງານເກັບກູ້ລະເບີດບໍ່ທັນແຕກ ຢູ່ເຂດພາກໃຕ້ ລາວ ໄດ້ມີຂຶ້ນໃນວັນທີ 3 ກຸມພານີ້, ທີ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ລາວ ແລະ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນໃນຄັ້ງນີ້ ປະກອບມີ: ລົດ Toyota Land Cruiser ຈໍານວນ 10 ຄັນ, ເຄື່ອງກວດລະເບີດ 90 ເຄື່ອງ ແລະ ອຸປະກອນຮັບໃຊ້ພາກສະຫນາມອື່ນໆ ສຳລັບການປະຕິບັດງານຂອງ ຄກລ ຢູ່ ແຂວງ ຈໍາປາສັກ, ສາລະວັນ ແລະ ເຊກອງ ພາຍໃຕ້ໂຄງການເລັ່ງລັດວຽກງານເກັບກູ້ລະເບີດບໍ່ທັນແຕກ ຢູ່ຂົງເຂດພາກໃຕ້ ຂອງ ສປປ ລາວ (ສົກປີ 2018) ເຊິ່ງມີມູນຄ່າໂຄງການທັງຫມົດ 900 ລ້ານເຢນ. ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີ ປະສິດທິພາບຫຼາຍຂຶ້ນ ແລະ ໄວຂຶ້ນກວ່າເກົ່າ ແນໃສ່ບັນລຸເປົ້າຫມາຍຕ່າງໆຂອງລັດຖະບານ ແລະ ສົນທິສັນຍາສາກົນທີ່ໄດ້ກຳນົດໄວ້.
ນັບແຕ່ປີ 1998 ເປັນຕົ້ນມາ ຄກລ ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ປະມານ 4 ຕື້ເຢນເພື່ອເປັນເງິນເດືອນຂອງພະນັກງານ, ຄ່າປະຕິບັດງານ, ພາຫະນະ, ກົນຈັກຫນັກ, ອຸປະກອນ, ຕຶກອາຄານຄານ, ຫໍພັກ, ການພັດທະນາບຸກຄະລາກອນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ. ເພື່ອແນໃສ່ ຫຼຸດຜ່ອນຈໍານວນອຸປະຕິເຫດທີ່ເກີດຈາກລະເບີດບໍ່ທັນແຕກ ແລະ ຂະຫຍາຍເນື້ອທີ່ທໍາການຜະລິດກະສິກໍາ ແລະ ເນື້ອທີ່ການພັດທະນາອື່ນໆປະກອບສ່ວນເຂົ້າໃນການ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນ ສປປ ລາວ ໃຫ້ດີຂຶ້ນເທື່ອລະກ້າວ.