2 ກິລາເທຄວັນໂດລາວ ຄວ້າຫຼຽນທອງເທຄວັນໂດ ເກົາຫຼີ ໂອເພນ 2017

- 1292 - 2 ກິລາເທຄວັນໂດລາວ ຄວ້າຫຼຽນທອງເທຄວັນໂດ ເກົາຫຼີ ໂອເພນ 2017
- kitchen vibe - 2 ກິລາເທຄວັນໂດລາວ ຄວ້າຫຼຽນທອງເທຄວັນໂດ ເກົາຫຼີ ໂອເພນ 2017

- 1292 300x200 - 2 ກິລາເທຄວັນໂດລາວ ຄວ້າຫຼຽນທອງເທຄວັນໂດ ເກົາຫຼີ ໂອເພນ 2017ນາງ ກິດາວອນ ພິລາວົງ ແລະ ທ້າວ ອາເຊິນ ລາດສະວົງ ນັກກິລາເທຄວັນໂດ ທີມຊາດ ລາວ ປະເພດຟ້ອນດ່ຽວປຸ້ມເຊ້ ຊຸດກຽມຮ່ວມລ່າຫຼຽນຄຳ ງານ ມະຫະກຳກິລາຊີເກມ ຄັ້ງທີ 29 ຫຼື ກົວລາລຳເປີ ເກມ ທີ່ປະເທດ ມາເລເຊຍ ລະຫວ່າງວັນທີ 19-31 ສິງຫາ 2017 ຄວ້າ 2 ຫຼຽນທອງ ໃນການແຂ່ງຂັນກິລາ ເທຄວັນໂດ ຊີງແຊ໊ມທົ່ວປະເທດ ສ.ເກົາຫຼີ ຫຼື ເກົາຫຼີ ໂອເພນ 2017.
ຕາມການລາຍງານຂອງ ທ່ານ ຈັນທະວົງ ປັນຍາລິລິ ເລ ຂາທິການ ສະຫະພັນເທຄວັນໂດ ແຫ່ງຊາດ ແຈ້ງຈາກ ສ.ເກົາຫຼີ ໃຫ້ຮູ້ວ່າ: ເພື່ອເປັນການກະກຽມ ຄວາມພ້ອມເຂົ້າຮ່ວມ ງານກິລາ ຊີເກມ ທີ່ປະເທດມາເລເຊຍ ໃນ ທ້າຍເດືອນສິງຫາ 2017 ທັບນັກ ກິລາເທຄວັນໂດແຫ່ງຊາດລາວ ໄດ້ມີໂອກາດເກັບໂຕເຝິກຊ້ອມທີ່ ສ.ເກົາຫຼີ ໃນໄລຍະ 20 ກວ່າວັນ ເຊິ່ງໄດ້ແບ່ງອອກເປັນ 2 ຈຸ ໃນ ການເດີນທາງມາປະເທດດັ່ງ ກ່າວ ໂດຍແມ່ນລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ໃຫ້ການສະໜັບສະ ໜູນເປັນສ່ວນໃຫຍ່ ສຳລັບຈຸທຳ ອິດໄດ້ສົ່ງ 2 ນັກກິລາປະເພດຕໍ່ ສູ້ປ້ອງກັນໂຕ ທ້າວ ພຸດທະສອນ ທຳມະວົງ ໃນຮຸ່ນນ້ຳໜັກ 68 ກິໂລກຣາມ ແລະ ທ້າວ ສອນໄຊ ມັງເຄືອ ຮຸ່ນນ້ຳໜັກ 74 ກິໂລ ກຣາມ ອອກເດີນທາງໃນວັນທີ 22 ມິຖຸນາ ຜ່ານມາ ເຝິກຊ້ອມທີ່ ສະໜາມກິລາເມືອງຍັງເຊິນ ສ.ເກົາຫຼີ ສ່ວນຈຸດທີ່ສອງ ໄດ້ເດີນ ທາງໃນວັນທີ 25 ມິຖຸນາ ຜ່ານ ມາເຊັ່ນດຽວກັນ ໃນຈຳນວນ 15 ຄົນ, ຍິງ 7 ຄົນ ເຝິກຊ້ອມທີ່ນະ ຄອນຫຼວງໂຊ, ໃນນັ່ນໄດ້ສົ່ງນັກ ກິລາເຂົ້າແຂ່ງຂັນຊີງແຊ໊ມລະດັບ ນາໆຊາດ 2 ລາຍການຄື: ລາຍ ການຊີງແຊ໊ມໂລກ 2017 ຫຼື World Taekwondo Championship 2017 ທີ່ເມືອງມູຈູ ລະ ຫວ່າງວັນທີ 22-27 ມິຖຸນາຜ່ານ ມາ ແລະ ລາຍການຊີງແຊ໊ມ ເກົາ ຫຼີ ໂອເພນ ທີ່ເມືອງຈຸງເຊິນ ລະ ຫວ່າງວັນທີ 2-7 ກໍລະກົດ 2017.
ຜ່ານການແຂ່ງຂັນທັງສອງລາຍການດັ່ງກ່າວ ສຳລັບລາກ ານຊີງແຊ໊ມໂລກ 2017 ໄດ້ສົ່ງ ສອນໄຊ ມັງເຄືອ ແລະ ພຸດທະ ສອນ ທຳມະວົງ ຮ່ວມແຂ່ງຂັນ ເຊິ່ງມີ 100 ກວ່າປະເທດເຂົ້າ ຮ່ວມຊີງຄວາມເປັນ 1 ຂອງ ໂລກ, ໃນນັ້ນທັງສອງນັກກິລາ ລາວເຮົາ ບໍ່ສາມາດຜ່ານເຂົ້າ ໄປຫຼິນໃນຮອບຕໍ່ໄປໄດ້ ຕົກຮອບ ຄັດເລືອກກໍຄື ທ້າວ ພຸດທະສອນ ທຳມະວົງ ເສຍໃຫ້ນັກກິລາເທ ຄວັນໂດທີມຊາດ ໄນຈີເຣຍ ໃນ ຍົກ 3 ເສຍ 15-13 ຄະແນນ ແລະ ທ້າວ ສອນໄຊ ມັງເຄືອ ເສຍ ໃຫ້ນັກກິລາເທຄວັນໂດທີມຊາດ ຊາອຸດິອາຣາເບຍໃນຍົກ 3 ເສຍ 21-15 ຄະແນນ ສ່ວນລາຍການ ເກົາຫຼີ ໂອເພນ 2017 ໄດ້ສົ່ງນັກ ກິລາຮ່ວມຊີງໄຊ 4 ລາຍການຄື: ປະເພດຕໍ່ສູ້ປ້ອງກັນໂຕ 2 ຄົນ ແລະ ປະພເພດຟ້ອນສົ່ງ ນາງ ກິ ລາດາວອນ ແລະ ທ້າວ ອາເຊິນ ລົງແຂ່ງຂັນປະເພດດ່ຽວຍິງ-ຊາຍ ຜ່ານການແຂ່ງຂັນໃນ 6 ວັນ ພຸດທະວົງ ບໍ່ສາມາດຮ່ວມແຂ່ງ ຂັນຍ້ອນມີອາການບາດເຈັບໃນ ລາຍການຊີງແຊ໊ມໂລກ ຍັງເຫຼືອ ພຽງ ສອນໄຊ ມັງເຄືອ ໃນຮອບ ທຳອິດຊະນະນັກກິລາ ອອສເຕຣ ເລຍ ແຕ່ໜ້າເສຍດາຍໄປເສຍໃຫ້ ນັກກິລາ ສປ ຈີນ ຕົກຮອບຕາມ ລະບຽບ. ແນວໃດກໍດີ ອີກ 2 ລາຍການ ນາງ ກິລາດາວອນ ແລະ ທ້າວ ອາເຊິນ ກໍເຮັດໃຫ້ບໍ່ ຜິດຫວັງສາມາດຍາດໄດ້ 2 ຫຼຽນ ທອງມາຄອງ ລາຍການດັ່ງກ່າວ ມີນັກກິລາຈາກ 6 ປະເທດ ແລະ ບັນດາສະໂມສອນພາຍໃນ ສ.ເກົາຫຼີ ເຂົ້າຮ່ວມຫຼາຍຮ້ອຍຄົນ.
ຂ່າວຈາກ:laosportnews.com.

- 4 - 2 ກິລາເທຄວັນໂດລາວ ຄວ້າຫຼຽນທອງເທຄວັນໂດ ເກົາຫຼີ ໂອເພນ 2017
- 5 - 2 ກິລາເທຄວັນໂດລາວ ຄວ້າຫຼຽນທອງເທຄວັນໂດ ເກົາຫຼີ ໂອເພນ 2017
- 3 - 2 ກິລາເທຄວັນໂດລາວ ຄວ້າຫຼຽນທອງເທຄວັນໂດ ເກົາຫຼີ ໂອເພນ 2017
- Visit Laos Visit SALANA BOUTIQUE HOTEL - 2 ກິລາເທຄວັນໂດລາວ ຄວ້າຫຼຽນທອງເທຄວັນໂດ ເກົາຫຼີ ໂອເພນ 2017
- Visit Laos Visit SALANA BOUTIQUE HOTEL - 2 ກິລາເທຄວັນໂດລາວ ຄວ້າຫຼຽນທອງເທຄວັນໂດ ເກົາຫຼີ ໂອເພນ 2017