ສປປ ເກົາຫລີ ອາດໄດ້ຮັບວັກຊີນໂຄວິດ-19 ເກືອບ 2 ລ້ານໂດສ ພາຍໃນເດືອນມິຖຸນານີ້
ທາງການ ສປປ ເກົາຫລີ ອາດໄດ້ຮັບວັກຊີນໂຄວິດ-19 ຈາກໂຄງການ Covax ຈຳນວນເກືອບ 2 ລ້ານໂດສ ເຊັ່ນດຽວກັບຫລາຍປະເທດທີ່ເຂົ້າຮ່ວມໂຄງກາຍພາຍໃນເດືອນມິຖຸນານີ້.
ວັນທີ 4 ກຸມພາ 2021, ສຳນັກຂ່າວຣອຍເຕີ ລາຍງານອ້າງການເປີດເຜີຍຈາກໂຄງການ Covax ເຊິ່ງເປັນໂຄງການທີ່ມີເປົ້າໝາຍແຈກຢາຍວັກຊີນໂຄວິດ-19 ໃຫ້ປະເທດທຸກຍາກ ແລະ ກຳລັງພັດທະນາທົ່ວໂລກທີ່ລະບຸວ່າ: ໂຄງການ Covax ກຽມແຈກຢາຍວັກຊີນໂຄວິດ-19 ຈຳນວນ 1.992 ລ້ານໂດສ ໃຫ້ ສປປ ເກົາຫລີ ພາຍໃນເດືອນມິຖຸນານີ້.
ສຳລັບວັກຊີນໂຄວິດ-19 ທີ່ໂຄງການ Covax ຈະມອບໃຫ້ ສປປ ເກົາຫລີ ເປັນວັກຊີນທີ່ພັດທະນາຈາກສູດຂອງບໍລິສັດ AstraZeneca ຮ່ວມກັບ Oxford University ເຊິ່ງຜະລິດຢູ່ສະຖາບັນເຊຣຳແຫ່ງອິນເດຍ.
ນອກຈາກ ສປປ ເກົາຫລີ ແລ້ວ, ໂຄງການ Covax ຍັງເປີດເຜີຍຈຳນວນວັກຊີນໂຄວິດ-19 ທີ່ຈະແຈກຢາຍໃຫ້ປະເທດອື່ນພາຍໃນ 6 ເດືອນຕົ້ນປີ 2021 ໂດຍຈະພິຈາລະນາຕາມອັດຕາປະຊາກອນເປັນຫລັກ.
ຕາມຂໍ້ມູນຈາກອົງການອະນາໄມໂລກ (WHO) ສປປ ເກົາຫລີ ເປັນປະເທດທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19. ເຖິງຢ່າງໃດກໍຕາມ, ໃນປີຜ່ານມາ ສປປ ເກົາຫລີ ຖືກຕິດຕາມເຖິງມາດຕະການຄວບຄຸມພະຍາດໂຄວິດ-19 ບໍລິເວນຊາຍແດນທີ່ເຂັ້ມງວດ ໂດຍມີລາຍງານເຖິງຂັ້ນວ່າ: ເຈົ້າໜ້າທີ່ຊາຍແດນ ສປປ ເກົາຫລີ ສາມາດຍິງໃຜກໍໄດ້ທີ່ພະຍາຍາມລັກລອບຂ້າມຊາຍແດນລະຫວ່າງ ສປປ ເກົາຫລີ ກັບ ຈີນ ທັນທີ.