ຄົນຫວຽດນາມ 2 ຄົນຖືກຈັບ ຍ້ອນລັກຂ້າມແດນຈາກລາວໄປຫວຽດນາມ
February 5, 2021 - 5:31 PM
ຕອນເຊົ້າວັນທີ 4 ກຸມພານີ້, ເຈົ້າໜ້າທີ່ຕຳຫຼວດຊາຍແດນດ່ານສາກົນ ເກົາແຈວ ແຂວງ ຮາຕິ່ງ ສສ ຫວຽດນາມໃຫ້ຮູ້ວ່າ: ເຈົ້າໜ້າທີ່ໄດ້ຈັບຊາວຫວຽດນາມ 2 ຄົນລັກລອບຂ້າມແດນຈາກລາວເຂົ້າໄປຫວຽດນາມ ເພື່ອ ຫຼົບຫຼີກການກັກກັນຕົວຕາມລະບຽບການ ຈຶ່ງຖືກກັກຕົວໄວ້.
ສອງຄົນດັ່ງກ່າວຄື: ທ້າວເຈິ່ນວັນເຮືອງ, ອາຍຸ 45 ປີ ແລະ ທ້າວ ຫງວຽນຟຸກແທ່ງ, ອາຍຸ 30 ປີ. ທັງສອງຄົນລວ້ນແຕ່ແມ່ນຄົນແຂວງເຫງະອານ.
ພວກເຂົາທັງສອງໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ບໍ່ຢາກກັກຕົວຕາມລະບຽບການ ພວກຕົນຈຶ່ງໄດ້ຊື້ຈ້າງຄົນລາວຜູ້ໜຶ່ງ 5 ລ້ານດົງ ເພື່ອໃຫ້ພາທາງຜ່ານປ່າດົງເຂົ້າໄປຫວຽດນາມ, ພໍໄປຮອດ ກິໂລແມັດມີ 81 ກໍຖືກເຈົ້າໜ້າທີ່ຈັບຕົວ.
ປັດຈຸບັນເຈົ້າໜ້າທີ່ກຳລັງດຳເນີນຄະດີຕາມກົດໝາຍຕໍ່ພວກກ່ຽວ ແລະ ຕາມລະບຽບການ