ປີ 2020 ລາວ ໂທລະຄົມ ຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ມູນຄ່າ 31,7 ລ້ານໂດລາສະຫະລັດ
ໃນວັນທີ 5 ກຸມພານີ້, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດກອງປະຊຸມສະຫລຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2020 ຂຶ້ນຢູ່ສຳນັກງານຂອງຕົນ ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທັນສະໄຫມ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
ໃນພິທີ, ທ່ານ ຜູ້ອໍານວຍການໃຫຍ່ ໃຫ້ຮູ້ວ່າ: ຜ່ານບົດສະຫລຸບຜົນງານການເຄື່ອນໄຫວວຽກງານດໍາເນີນທຸລະກິດໃນປີ 2020 ແລະ ທິດທາງແຜນການໃນປີ 2021, ເຊິ່ງຜົນງານພົ້ນເດັ່ນທີ່ ລາວ ໂທລະຄົມ ສາມາດຍາດແຍ່ງມາໄດ້ໃນໜຶ່ງປີຜ່ານມາຄື: ໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມມີມູນຄ່າທັງໝົດ 31,7 ລ້ານໂດລາສະຫະລັດ, ປັດຈຸບັນມີສະຖານີ້ມືຖືທັງໝົດ 8.729 ສະຖານີ. ໃນນີ້, GSM 2G ຈໍານວນ 1.938 ສະຖານີ, 3G ຈໍານວນ 3.135 ສະຖານີ, 4G ຈໍານວນ 3.019 ສະຖານີ, 4,5G ຈໍານວນ 629 ສະຖານີ ແລະ 5G ຈໍານວນ 8 ສະຖານີ (ມີສັນຍານໂທລະສັບມືຖືຄວບຄຸມໄດ້ທົ່ວປະເທດ, ກວມປະຊາກອນ 72%, ໃນນັ້ນ 4G ກວມ 67%), IPCore/IPRAN 1,589 ສະຖານີ ແລະ FTTH ຈໍານວນ 74.345 Ports ກວມ 15,76% ຂອງຫຼັງຄາເຮືອນໃນເຂດເທດສະບານ.
ທັງນີ້, ໄດ້ກາຍເປັນປັດໄຈຫລັກທີ່ພັກດັນໃຫ້ ລາວ ໂທລະຄົມ ສາມາດຂະຫຍາຍຖານລູກຄ້າໃໝ່ ແລະ ຮັກສາຈໍານວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ. ມາຮອດປັດຈຸບັນມີລູກຄ້າໃຊ້ໂທລະສັບມືຖືໃນລະບົບຈໍານວນ 1.4 ລ້ານເລກໝາຍ, ໂທລະສັບຕັ້ງໂຕະ 31 ມັນເລກໝາຍ, ໂທລະສັບວິນໂຟນ 274 ພັນເລກ ໝາຍ ແລະ ອິນເຕີເນັດ 1.2 ລ້ານລູກຄ້າ; ໃນປີ 2020 ຜ່ານມາສາມາດສ້າງລາຍຮັບໄດ້ທັງຫມົດ 1.758,4 ຕື້ກີບ (ລວມອາກອນ), ໃນນັ້ນມີກໍາໄລສຸດທິ 197,5 ຕື້ກີບ; ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈໍານວນ 308,4 ຕື້ກີບ, ເຊິ່ງກວມເອົາອັດຕາສ່ວນ 17,5% ຂອງລາຍຮັບທີ່ ລາວໂທລະຄົມ ປະຕິບັດໄດ້ໃນປີ 2020. ນອກນັ້ນຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆ ເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບການດໍາເນີນທຸລະກິດຍັງໄດ້ປະກອບ ສ່ວນຊ່ວຍເຫລືອ ແລະ ໃຫ້ການອຸປະຖໍາຕໍ່ອົງການຈັດຕັ້ງພັກ-ລັດ ແລະ ສັງຄົມເປັນມູນຄ່າ 5,4 ຕື້ກ່ວາກີບ ໃນນັ້ນອັນພົ້ນເດັ່ນໄດ້ຊຸກຍູ້ລັດຖະບານໃນການຄວບຄຸມ ແລະ ຕ້ານພະຍາດ COVID-19 ມູນຄ່າ 2 ຕື້ ກວ່າກີບ, ຍັງໄດ້ສະຫນອງອຸປະກອນ ແລະ ສັນຍານອິນເຕີເນັດສໍາລັບການຮຽນທາງໄກ, ກອງປະຊຸມທາງໄກ ຂອງອົງການຈັດຕັ້ງພັກ-ລັດຖະບານຈໍານວນຫນຶ່ງໃນມູນຄ່າ 7,9 ຕື້ກ່ວາກີບ.
ທ່ານຜູ້ອຳນວຍການໃຫ້ຮູ້ຕື່ມວ່າ: ແຜນການປີ 2021 ລາວ ໂທລະຄົມ ຈະສູ້ຊົນສ້າງຖານລູກຄ້າໃໝ່ໃຫ້ເພີ່ມຂຶ້ນ 3 ລ້ານກວ່າ ເລກໝາຍ ແລະ ສ້າງລາຍຮັບໃຫ້ໄດ້ທັງຫມົດ 1.832,3 ຕື້ກີບ (ລວມອາກອນ), ທຽບໃສ່ປີ 2020 ເພີ່ມຂຶ້ນ 4,2% ຄາດຄະເນກໍາໄລສຸດທິໃຫ້ໄດ້ 292,3 ຕື້ກີບ ເພີ່ມຂຶ້ນ 47,9% ແລະ ຄາດຄະເນວ່າຈະສາມາດ ປະຕິບັດພັນທະໃຫ້ລັດຖະບານຈໍານວນ 321,52 ຕື້ກີບ; ນອກຈາກນັ້ນຍັງຈະໄດ້ລົງທຶນທັງຫມົດ 35,3 ລ້ານ ໂດລາສະຫະລັດ ເພື່ອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະ ແມ່ນ Mobile Broadband and Fixed Broadband ໃຫ້ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄຫມເພື່ອຮັບປະກັນໃຫ້ ແກ່ການບໍລິການສັງຄົມ ທັງຫມົດເຫລົ່ານີ້ກໍເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໃສທັດກ້າວໄປສູ່ຍຸກ Lao Digital Life.
ໂອກາດນີ້, ທ່ານ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຕ່າງໆ ໂດຍສະເພາະແມ່ນການຄິດຄົ້ນບໍລິການ ແລະ ເຕັກໂນໂລຊີທີ່ທັນສະໄໝໃໝ່ໆມາໃຫ້ປະຊາຊົນລາວເຮົາໄດ້ຊົມໃຊ້. ພ້ອມນີ້ກໍໄດ້ເນັ້ນໃຫ້ຂະແໜງການດັ່ງກ່າວເອົາໃຈໃສ່ບຸກບືນຄົ້ນຄວ້າຫາສິ່ງໃໝ່ໆທີ່ມີຄຸນນະພາບຂຶ້ນມາຕື່ມອີກ ແລະ ປະຕິບັດຄຸນສົມບັດສິນທຳປະຕິບັດໃຫ້ມີຄວາມຮັບຜິດຊອບສູງລ້ອນໜ້າທີ່ມອບໝາຍ ເພື່ອສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.