ພ້ອມກັນຕັ້ງໃຈໄປເລືອກຕັ້ງເອົາຜູ້ແທນທີ່ດີຂອງປະຊາຊົນ
ໂດຍ: ທິດກໍ່າ
ວັນເວລາການເລືອກສະມາຊິກສະພາແຫ່ງຊາດ ແລະ ຂັ້ນແຂວງນັບມື້ຈໍ້ມໍ່ເຂົ້າມາຕິກໆ ຄືວັນທີ 21 ກຸມພາ 2021 ເຊິ່ງກົງກັບວັນອາທິດພໍດີ. ນັບຈາກນີ້ໄປ ຜູ້ມີສິດປ່ອນບັດເລືອກຕັ້ງກໍຕ້ອງໄດ້ກຽມຈິດໃຈເພື່ອຈະໄປປ່ອນບັດຄັດເລືອກເອົາຜູ້ແທນທີ່ຕົນມີສັດທາ ແລະ ເຊື່ອໝັ້ນຢ່າງເຕັມຮ້ອຍ. ກໍດັ່ງຮັບຮູ້ມານຳກັນແລ້ວວ່າ, ຜູ້ແທນທີ່ດີຂອງປະຊາຊົນນັ້ນ ຕ້ອງເປັນຄົນທີ່ມີສຸຂະພາບແຂງແຮງ, ມີຄວາມຮູ້ຄວາມສາມາດ, ສະຫລາດຫລັກແຫລມ, ຖືຜົນປະໂຫຍດຂອງຊາດເໜືອກວ່າຜົນປະໂຫຍດຂອງຕົນເອງ. ຍິ່ງໄປກວ່ານັ້ນ ຕ້ອງເປັນຜູ້ໃກ້ຊິດຕິດແທດກັບມະຫາຊົນ, ຊ່ວຍເຫລືອປະຊາຊົນຍາມເຂົາທຸກຍາກລຳບາກ, ເຮັດວຽກເພື່ອປະຊາຊົນ, ຮັບໃຊ້ປະຊາຊົນດ້ວຍຄວາມສັດຊື່ບໍລິສຸດ ແລະ ຈົງຮັກພັກດີຕໍ່ປະເທດຊາດບ້ານເມືອງ ທັງມີຄວາມມານະອົດທົນ ແລະ ເສຍສະຫລະອັນສູງສົ່ງ, ບໍ່ສໍ້ລາດບັງຫລວງ ຫລື ຫາວິທີຂູດຮີດປະຊາຊົນ. ອີກປະການໜຶ່ງ ກໍຕ້ອງເປັນຜູ້ໂດດເດັ່ນ, ມີຜົນງານປະກອບສ່ວນໃຫ້ປະເທດຊາດ ແລະ ສັງຄົມຈົນເປັນທີ່ຍອມຮັບຈາກມະຫາຊົນທົ່ວໄປ.
ເມື່ອຕັ້ງໂຈດກັນວ່າ, ຖ້າຢາກໄດ້ຜູ້ແທນທີ່ດີມາບໍລິຫານບ້ານເມືອງຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຕ້ອງປ່ອນບັດຄັດເລືອກເອົາແນວໃດ ? ກ່ອນອື່ນໝົດ ຕ້ອງສຶກສາຄົ້ນຄວ້າຊອກຮູ້ປະຫວັດຄວາມເປັນມາຂອງຜູ້ທີ່ສະໝັກເປັນຜູ້ແທນສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນຂັ້ນແຂວງໃຫ້ລະອຽດຖີ່ຖ້ວນ. ການຊອກຮູ້ປະຫວັດຄວາມເປັນມາຂອງຜູ້ສະໝັກເປັນ ສສຊ ແລະ ສສຂ ໃນຍຸກນີ້ມັນກໍມີຫລາຍຊ່ອງທາງໃຫ້ເລືອກ ເພາະທຸກຢ່າງມັນຫັນເປັນອັນທັນສະໄໝໄປແລ້ວ ເປັນຕົ້ນທາງສື່ອອນລາຍ ດັ່ງເຮົາໄດ້ເຫັນມາຫລາຍທ່ານ, ຫລາຍສະຫາຍ ແລະ ຫລາຍຄົນທີ່ອົງການ ຫລື ຂະແໜງການກ່ຽວຂ້ອງເພິ່ນໄດ້ລົງໂຄສະນາກ່ອນລ່ວງໜ້າ ນັບແຕ່ໄລຍະນີ້ຈົນຮອດມື້ປ່ອນບັດເລືອກຕັ້ງ. ນອກຈາກນັ້ນ ໃນມື້ປ່ອນບັດເລືອກຕັ້ງ ພວກເຮົາຕ້ອງກຽມຈິດໃຈໄປໃຫ້ທັນເວລາ ຫລື ກ່ອນເວລາຍິ່ງເປັນການດີ ເພາະຈະໄດ້ມີໂອກາດໄດ້ອ່ານເບິ່ງປະຫວັດທີ່ໄປທີ່ມາຂອງຜູ້ສະໝັກ ສສຊ ແລະ ສສຂ ແຕ່ລະທ່ານ ເພື່ອຄວາມຕັດສິນໃຈເລືອກເອົາຜູ້ແທນທີ່ດີ ທັງຖືກກັບເປົ້າໝາຍ, ເງື່ອນໄຂ ແລະ ຈິດໃຈຜູ້ທີ່ເຮົາມັກ. ການໄປປ່ອນບັດຄັດເລືອກເອົາຜູ້ແທນສະພາແຫ່ງຊາດ ຊຸດທີ IX ແລະ ຜູ້ແທນສະພາຂັ້ນແຂວງ ຊຸດທີ II ຖືເປັນເຫດການທາງການເມືອງທີ່ສຳຄັນ ແລະ ມີລັກສະນະປະຫວັດສາດໃນແຕ່ລະໄລຍະ 5 ປີໜຶ່ງຄັ້ງ ຖືວ່າມາຮອດປີ 2021 ເຮົາໄດ້ດຳເນີນການເລືອກສະພາແຫ່ງຊາດມາແລ້ວ 8 ຄັ້ງ ແລະ ຄັ້ງນີ້ເປັນຄັ້ງທີ 9. ສ່ວນການປ່ອນບັດເລືອກຕັ້ງເອົາສະມາຊິກສະພາຂັ້ນແຂວງນັ້ນຖືວ່າຄັ້ງນີ້ເປັນຄັ້ງທີ 2.
ແນວໃດກໍຕາມ, ພວກເຮົາມີຄວາມຫວັງຢ່າງຍິ່ງວ່າ ການປ່ອນບັດເລືອກຕັ້ງໃນຄັ້ງນີ້ຈະເປັນໄປຕາມຄາດໝາຍ, ມີຜົນສຳເລັດທຸກປະການ ແລະ ຈະໄດ້ຜູ້ທີ່ດີມາເປັນຜູ້ແທນ ເພື່ອໄປເຮັດໜ້າທີ່ໃນສະພາ ທັງເປັນຜູ້ຕາງໜ້າໃຫ້ປະຊາຊົນໃນການແກ້ໄຂບັນຫາຂອງຊາດ ແລະ ສິດຜົນປະໂຫຍດຂອງປະຊາຊົນໂດຍລວມ ແລະ ໃຫ້ສົມກັບວ່າເປັນຜູ້ແທນປະຊາຊົນ, ມາຈາກປະຊາຊົນ, ເພື່ອປະຊາຊົນ ແລະ ຮັບໃຊ້ປະຊາຊົນ. ໃນເງື່ອນໄຂທີ່ປະເທດຊາດບ້ານເມືອງຂອງພວກເຮົາຍັງທຸກຍາກ ແລະ ດ້ອຍພັດທະນາ ພວມເລັ່ງສ້າງສາພັດທະນາປະເທດຊາດ ເຊິ່ງມີທັງອັນດີ ແລະ ຫຍໍ້ທໍ້ຫລາຍຢ່າງຄືທຸກວັນນີ້, ພາລະກິດຂອງຜູ້ແທນສະພາຂັ້ນສູນກາງ ແລະ ທ້ອງຖິ່ນຍິ່ງມີຄວາມສຳຄັນ ຍ້ອນວ່າມັນຮຽກຮ້ອງເຖິງຄວາມເປັນມາດຕະຖານວຽກງານຫລາຍດ້ານ ເປັນຕົ້ນດ້ານຄວາມຮູ້ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ, ມີວິໄນທັດອັນກວ້າງໄກ ສາມາດເຊື່ອມໂຍງເຂົ້າກັບມະຫາຊົນ, ນຳພາປະຊາຊົນສ້າງສາທຳມາຫາກິນໃຫ້ສາມາດຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາເທື່ອລະກ້າວຕາມແນວທາງຂອງພັກ ແລະ ລັດຖະບານວາງອອກ.
ໃນສະໄໝເກົ່າ, ພວກເຮົາເຄີຍໄດ້ຍິນເຂົາຊ່າກັນວ່າ ມີຜູ້ແທນບາງທ່ານ, ບາງຄົນ ເວລາໄປໂຄສະນາແນະນຳໂຕຕໍ່ປະຊາຊົນ ເພິ່ນປະຕິຍານເວົ້າວ່າ ຖ້າເພິ່ນໄດ້ເປັນຜູ້ແທນແລ້ວ ຈະເຮັດທຸກສິ່ງທຸກຢ່າງເພື່ອສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ແຕ່ບາດເພິ່ນໄດ້ເປັນຜູ້ແທນແລ້ວ ໜ້າທໍ່ສອງນິ້ວກໍບໍ່ເຫັນ, ບໍ່ເຄີຍລົງໄປຢ້ຽມຢາມເບິ່ງສະພາບຄວາມສຸກທຸກ, ຊີວິດການເປັນຢູ່ຂອງປະຊາຊົນໃນເຂດເລືອກຕັ້ງຂອງຕົນເອງຈັກເທື່ອ.
ເຖິງຢ່າງໃດກໍດີ, ສຳລັບຜູ້ແທນສະພາແຫ່ງຊາດ ຊຸດທີ IX ແລະ ຜູ້ແທນສະພາຂັ້ນແຂວງ ຊຸດທີ II ຈະບໍ່ເປັນແນວນັ້ນຢ່າງແນ່ນອນ ເພາະທຸກທ່ານ, ທຸກຄົນລ້ວນແລ້ວແຕ່ມີລະດັບປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ, ມີວິຊາສະເພາະທີ່ແນ່ນອນຢ່າງເຕັມຕົວ ແລະ ອັນທີ່ປາກົດເຫັນສິ່ງໃໝ່ສຳລັບຜູ້ແທນສະພາແຕ່ລະຂັ້ນຊຸດນີ້ ແມ່ນມີນັກທຸລະກິດ, ນັກວິຊາການ, ພະນັກງານທີ່ມີວຸດທິຢ່າງຄົບຂັນ ແຕ່ໃຜຈະເປັນຜູ້ແທນຊຸດນີ້ແທ້ ກໍຕ້ອງແມ່ນປະຊາຊົນເປັນຜູ້ເລືອກ. ສຳຄັນເມື່ອໄດ້ເປັນຜູ້ແທນແລ້ວ ຕ້ອງໄດ້ເຮັດໜ້າທີ່ເພື່ອຊາດ ແລະ ເພື່ອປະຊາຊົນຢ່າງເຕັມທີ່. ສິ່ງທີ່ປະຊາຊົນຢາກໃຫ້ທ່ານຜູ້ແທນແກ້ນັ້ນ ແມ່ນປາບການສໍ້ລາດບັງຫລວງ, ແກ້ໄຂບັນຫາຢາເສບຕິດ, ຂີ້ລັກງັດແງະ ແລະ ປາກົດການຫຍໍ້ທໍ້ອື່ນໆທີ່ພາໃຫ້ເສຍພາບພົດຂອງປະເທດຊາດ, ກະທົບເຖິງຄວາມສະຫງົບສຸກຂອງສັງຄົມ, ກົດໜ່ວງຄວາມຈະເລີນຂອງປະເທດຊາດໃນປັດຈຸບັນ ແລະ ອະນາຄົດຍາວນານ ແລະ ພາລະກິດອື່ນໆທີ່ພົວພັນເຖິງໜ້າທີ່ຂອງຜູ້ແທນ.