ມຽນມາສັ່ງບັອກ Twitter-Instagram ຫລັງຈາກປິດກັ້ນການເຂົ້າເຖິງ Facebook
February 6, 2021 - 11:58 AM

ວັນທີ 6 ກຸມພາ 2021, ກອງທັບມຽນມາ ສັ່ງຫ້າມການເຂົ້າເຖິງສື່ອອນລາຍຄື Twitter ແລະ Instagram ເພີ່ມຕື່ມ ຫລັງຈາກເຄີຍສັ່ງປິດກັ້ນການເຂົ້າເຖິງ Facebook ເມື່ອມໍ່ໆນີ້ ຫລັງເຫັນວ່າອິນເຕີເນັດ ແລະ ສື່ອອນລາຍເຫລົ່ານີ້ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງມຽນມາໃນໄລຍະເວລານີ້.
Telenor ໜຶ່ງໃນຜູ້ໃຫ້ບໍລິການດ້ານອິນເຕີເນັດລາຍໃຫຍ່ຂອງມຽນມາ ຢືນຢັນມີຄຳສັ່ງຫ້າມການເຂົ້າເຖິງ Twitter ແລະ Instagram ແທ້ ຈົນກວ່າຈະມີຄຳສັ່ງປ່ຽນແປງ.