ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ

ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ - 147313678 3019904181571660 8883012524335857129 o - ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ
ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ - kitchen vibe - ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ

ວັກຊີນປ້ອງກັນໂຄວິດ-19 ຈໍານວນ 300.000 ໂດສ ພ້ອມເຂັມສັກຢາ ເຊິ່ງເປັນການຊ່ວຍເຫຼືອລ້າຈາກ ສປ ຈີນ ໃຫ້ແກ່ ສປປ ລາວ ໄດ້ມາຮອດສະໜາມບິນວັດໄຕສາກົນ ນະຄອນຫຼວງວຽງຈັນ ໃນ​ເວລາ 00:48 ​ໂມງ ຂອງວັນທີ 8 ກຸມພາ 2021 ເຊິ່ງປະເທດລາວເປັນໜຶ່ງໃນປະເທດຊຸດທໍາອິດທີ່ໄດ້ຮັບການຊ່ວຍເຫຼືອຢາວັກຊິນຈາກລັດຖະບານ ສປ ຈີນ, ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນ ປະຈໍາລາວ.

ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ - 146969455 3019924671569611 6908861463508180411 o 300x168 - ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ

ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ - Visit Laos Visit SALANA BOUTIQUE HOTEL - ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ

 

ໂອກາດນີ້, ທ່ານ ບຸນກອງ ສີຫາວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊາຊົນລາວ ສະແດງຄວາມໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນຈີນ ທີ່ຍາມໃດກໍໃຫ້ເຫັນຄວາມສໍາຄັນ ແລະ ຫ່ວງ​ໄຍປະຊາຊົນລາວ ແລະ ເອົາໃຈໃສ່ນໍາເອົາວັກຊີນປ້ອງກັນໂຄວິດ-19 (ວັນຊີນຊີໂນຟາມ, ສປ ຈີນ) ມາໃຫ້ ສປປ ລາວ ເຊິ່ງການຊ່ວຍເຫຼືອຄັ້ງນີ້ມີວັກຊີນປ້ອງກັນໂຄວິດ-19 ຈໍານວນ 300.000 ໂດສ ແລະເຂັ້ມສັກຢາຈໍານວນ 300.800 ອັນ ໃຫ້ແກ່ ສປປ ລາວ ເຊິ່ງໄດ້ສ້າງຂັວນ ແລະ ກໍາລັງໃຈໃຫ້ແກ່ ປະຊາຊົນລາວບັນດາເຜົ່າ ແລະ ຍັງເປັນສັນຍາລັກຂີດໝາຍສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານຕາມທິດ 4 ດີ ແລະ ເພື່ອນມິດທີ່ເປັນຄູ່ຮ່ວມຊະຕາກໍາກັນຢ່າງແທ້ຈິງ. ທ່ານຍັງກ່າວຕື່ມວ່າ: ວັກຊີນທີ່ໄດ້ຮັບຊຸດນີ້ ເປັນຄວາມຮຽກຮ້ອງຕ້ອງສູງຂອງແພດໝໍ ແລະ ປະຊາຊົນລາວບັນດາເຜົ່າໃນການປ້ອງກັນ ແລະ ສະກັດກັ້ນພະຍາດດໂຄວິດ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສຸຂະພາບ ແລະ ເສດຖະກິດ.

ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ - 147097003 3019924661569612 1911386723051500834 o 300x169 - ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ

ຫວ່າງບໍ່ດົນມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ທ່ານ ບຸນກອງ ແລະ ແພດໝໍປະຈໍາປ້ອມ ແລະ ດ່ານຕ່າງໆກໍໄດ້ສັກຢາວັກຊີນດັ່ງກ່າວແລ້ວ ເຊິ່ງກະຊວງສາທາລະນະສຸກກໍໄດ້ຕີລາຄາສູງຕໍ່ຢາວັກຊີນຊີໂນຟາມ ຂອງ ສປ ຈີນ ທີ່ໄດ້ຖືກປະເມີນຜົນເປັນທີ່ຫນ້າເພິ່ງພໍໃຈ, ມີປະສິດທິພາບສູງ, ຄວາມປອດໄພສູງ ແລະ ສາມາດສ້າງພູມຄຸ້ມກັນທີ່ດີໄດ້.

ທ່ານ ບຸນກອງ ກ່າວຕື່ມວ່າ: ການຜະລິດຢາວັກຊີນຂອງ ສປ ຈີນ ເປັນນິມິດຫມາຍທີ່ສໍາຄັນທີ່ສຸດໃນປະຊາຄົມໂລກ ເຊິ່ງຈະເຮັດໃຫ້ມີການປ້ອງກັນການລະບາດຂອງພະຍາດໂຄວິດ-19, ທັງສາມາດເຮັດໃຫ້ປະຊາຄົມໂລກເຂົ້າເຖິງວັກຊີນທີ່ມີປະສິດທິພາບ, ມີຄວາມປອດໄພ ແລະ ມີຄວາມຍຸຕິທໍາ.

ຕາມຂໍ້ມູນແຈ້ງວ່າ: ພິທີມອບ-ຮັບຢ່າງເປັນທາງການຈະໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກຸມພາ.

ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ - 5 - ວັກຊີນປ້ອງກັນໂຄວິດ-19 ຂອງຈີນ ຈໍານວນ 3 ແສນໂດສ ມາຮອດລາວແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!