ສະຖານທູດອາເມລິກາປະຈໍາລາວສະຫລອງວັນຊາດຄົບຮອບ 241 ປີ

- USA - ສະຖານທູດອາເມລິກາປະຈໍາລາວສະຫລອງວັນຊາດຄົບຮອບ 241 ປີ
- kitchen vibe - ສະຖານທູດອາເມລິກາປະຈໍາລາວສະຫລອງວັນຊາດຄົບຮອບ 241 ປີ

ເມື່ອທ້າຍອາທິດຜ່ານມານີ້, ສະຖານທູດສະຫະລັດອາເມລິກາປະຈໍາລາວໄດ້ຈັດພິທີສະເຫລີມສະຫລອງວັນຊາດຄົບຮອບ 241 ປີ, ໂດຍມີທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄໍາແພງ ໄຊສົມແພງ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ແຂກຖືກເຊີນເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານທູດສະຫະລັດອາເມລິກາປະຈໍາລາວ ນາງ ຣີນາ ບິດເຕີ ກ່າວວ່າ: ສະຫະລັດອາເມລິກາຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວໃນຫລາຍຂະແໜງ, ໂດຍສະເພາະວຽກງານເກັບກູ້ລະເບີດຕົກຄ້າງໃນປາງສົງຄາມ,  ໂພຊະນາການ, ການສຶກສາ, ເສດຖະກິດ ແລະ ການຄ້າ, ສິ່ງແວດລ້ອມ ແລະ ອື່ນໆ ແລະ ເມື່ອບໍ່ດົນນີ້ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ເຊັນສັນຍາໃຫ້ທຶນຊ່ວຍເຫລືອລ້າຕື່ມອີກຈໍານວນ 24 ຕື້ກີບເຂົ້າໃນວຽກງານເກັບກູ້ລະເບີດບໍ່ແຕກ ແລະ ໂອກາດທີ່ທ່ານ ບາຣັກ ໂອບາມາ ອະດີດປະທານາທິບໍດີສະຫະລັດອາເມລິ ມາຢ້ຽມຢາມ ສປປ ລາວເປັນຄັ້ງປະຫວັດສາດໃນປີຜ່ານມານັ້ນ, ຜູ້ນໍາຂອງສອງປະເທດລາວ ແລະ ສະຫະລັດອາເມລິກາ ກໍໄດ້ລົງ

ນາມສັນຍາຮ່ວມມືແບບກວມລວມ ເພື່ອຢັ້ງຢືນເຖີງຄວາມໝາຍໝັ້ນ ແລະ ຮັດແໜ້ນຂອງການຮ່ວມມືລະຫວ່າງສອງປະເທດໃນຫລາຍດ້ານ ເປັນຕົ້ນ: ວຽກງານໂພສະນາການ, ສຸຂະພາບ, ການສຶກສາ, ການຄ້າ ແລະ ອື່ນໆ,ພ້ອມນີ້ທ່ານທູດຍັງໄດ້ສະແດງຄວາມຂອບໃຈຕໍ່ພັກ-ລັດຖະບານ ແລະ ປະຊາຊົນລາວທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນການເດີນທາງມາປະຕິບັດຫນ້າທີ່ຢູ່ ສປປ ລາວ, ເຊິ່ງໄດ້ສໍາພັດກັບຄວາມງົດງາມ, ຄວາມອົບອຸ່ນຂອງປະຊາຊົນລາວ ແລະ ຫວັງວ່າສາຍພົວພັນຮ່ວມມືລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເກີດດອກຜົນຍິ່ງໆຂຶ້ນ.

- 4 - ສະຖານທູດອາເມລິກາປະຈໍາລາວສະຫລອງວັນຊາດຄົບຮອບ 241 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!