ກໍ່ເຫດຍິງປືນກວາດໃສ່ຝູງຊົນ ຢູ່ສະຖານທີ່ການແພດແຫ່ງໜຶ່ງໃນສະຫະລັດ ມີຜູ້ບາດເຈັບຫຼາຍຄົນ
February 10, 2021 - 10:32 AM
ໂທລະພາບ ຊີເອັນເອັນ, ວັນທີ 10 ກຸມພານີ້ ໂດຍອ້າງອີງຄຳຖະແຫຼງຂອງໂຄສົກ Christine Hill ຂອງສູນການແພດໃນເມືອງ Hennepin ໃຫ້ຮູ້ວ່າ: ມາເຖິງຄະນະນີ້ຍັງບໍ່ທັນຮູ້ວ່າ ຜູ້ທີ່ເສຍຊີວິດນັ້ນ ມັນແມ່ນຄົນເຈັບ ຫຼື ພະນັກງານການແພດໃນສູນດັ່ງກ່າວ.
ຜູ້ກໍ່ເຫດແມ່ນ Gregory Ulrich ອາຍຸ 67 ປີ, ຊຶ່ງເປັນຜູ້ທີ່ຮູ້ຈັກກັນດີຂອງບັນດາເຈົ້າໜ້າທີ່. ຊາຍຄົນນີ້ ດຳລົງຊີວິດຢູ່ເຂດນີ້ມາດົນແລ້ວ. ເຈົ້າໜ້າທີ່ໃຫ້ຮູ້ວ່າ ການກໍ່ເຫດຄັ້ງນີ້ ອາດແມ່ນແນເປົ້າໃສ່ສູນການບໍລິການ ການແພດ ຫຼື ບຸກຄົນໃດໜຶ່ງທີ່ຢູ່ໃນສູນດັ່ງກ່າວ ທີ່ເຄີຍມີຂໍ້ຄັດແຍ້ງກັບເຂົາມາກ່ອນ.
ໂທລະພາບ ຊີເອັນເອັນ ໃຫ້ຮູ້ເພີ່ມເຕີມວ່າ: ໜຶ່ງໃນຈຳນວນຜູ້ທີ່ຕົກເປັນເຫຍື່ອນັ້ນ ໄດ້ອອກໂຮງໝໍໄປແລ້ວ, ຍັງອີກ 3 ຄົນ ມີອາການໜັກກວ່າ ແຕ່ກໍຢູ່ໃນສະພາບປົກະຕິ ແລະ ກຳລັງຮັບການປິ່ນປົວຢູ່ໂຮງໝໍ.