6 ອາຫານບຳລຸງສາຍຕາສຳລັບທ່ານຊາຍທີ່ຕິດໜ້າຈໍເປັນປະຈຳ
February 10, 2021 - 2:13 PM
ໃນແຕ່ລະມື້ເຮົາໃຊ້ສາຍຕາເຮັດວຽກຕະຫລອດເວລາ ແລະ ທຳຮ້າຍສາຍຕາໂດຍການຈ້ອງໂທລະສັບມືຖື ຫລື ຈໍຄອມພິວເຕີເປັນເວລາດົນ. ມື້ນີ້ເຮົາມາບຳລຸງສາຍຕາໃຫ້ມີສຸຂະພາບດີໂດຍການກິນອາຫານເຫລົ່ານີ້ກັນດີກ່ວາ.
- ໝາກອະໂວກາໂດ້ : ເປັນທີ່ຮູ້ຈັກກັນດີວ່າໝາກອະໂວກາໂດ້ມີສານຕ້ານອະນຸມູນອິດສະລະ ທີ່ຊ່ວຍປົກປ້ອງແຊນຕ່າງໆໃນຮ່າງກາຍບໍ່ໃຫ້ຖືກທຳລາຍ. ນອກຈາກນີ້, ຍັງມີສ່ວນຊ່ວຍໃນການປ້ອງກັນສາຍຕາຟາງ ແລະ ຂັດຂວາງການເສື່ອມສະພາບຂອງດວງຕາ ເນື່ອງຈາກອະໂວກາໂດ້ເຕັມໄປດ້ວຍລູທີນ, ວິຕາມິນ B6, ເບຕ້າແຄໂຣທີນ ແລະ ວິຕາມິນ C.
- ໝາກໄມ້ຕະກູນເບີຣີ : ເປັນໂຕຊ່ວຍທີ່ສຳຄັນໃນການປົກປ້ອງສາຍຕາທີ່ອິດເມື່ອຍອ່ອນເພຍໃນແຕ່ລະມື້ ຊ່ວຍປົກປ້ອງການເສື່ອມຂອງເລນຕາ ແລະ ຈໍປະສາດຕາ ໃຫ້ກັບມາເຮັດວຽກໄດ້ດີຍິ່ງຂຶ້ນ.
- ຫົວກະຫລົດ : ເປັນຜັກສີສົ້ມທີ່ອຸດົມໄປດ້ວຍປະໂຫຍດ ເພາະມີສານເບຕ້າແຄໂຣທີນຫລາຍ, ມີວິຕາມິນ B ຕ່າງໆ ແລະ ວິຕາມິນ C ເຊິ່ງມີສ່ວນຊ່ວຍໃນການປົກປ້ອງສາຍຕາຈາກແສງແດດ, ປ້ອງກັນພະຍາດວຸ້ນໃນຕາເສື່ອມສະພາບ ລວມໄປເຖິງຊ່ວຍບຳລຸງສາຍຕາຂອງເຮົາໃຫ້ສົດໃສນຳອີກ.
- ປາແຊວມັອນ : ຖືໄດ້ວ່າເປັນອາຫານທີ່ດີຫລາຍຕໍ່ດວງຕາ ເພາະມີປະໂຫຍດໃນດ້ານການບຳລຸງສຸຂະພາບ, ບຳລຸງຮ່າງກາຍ, ບຳລຸງຫົວໃຈ ແລະ ສິ່ງສຳຄັນ ປາແຊວມັອນຍັງມີສ່ວນຊ່ວຍບຳລຸງສາໂດຍຕາໄດ້ດີ ໂດຍຈະຊ່ວຍປ້ອງກັນອາການຕາແຫ້ງ ເຊິ່ງເໝາະສົມກັບຄົນໃນຍຸກປັດຈຸບັນທີ່ມັກຈ້ອງໜ້າຈໍເປັນເວລາດົນ ເພາະໃນປາແຊວມັອນມີໂອເມກ້າ – 3 ປະລິມານຫລາຍ.
- ໄຂ່ : ເປັນອາຫານທີ່ຫາກິນໄດ້ງ່າຍ ແລະ ເຮັດອາຫານໄດ້ຫລາກຫລາຍລາຍການ ສິ່ງສຳຄັນໄຂ່ຍັງມີສ່ວນຊ່ວຍໃນການບຳລຸງສາຍຕາ ເນື່ອງຈາກໃນໄຂ່ເຕັມໄປດ້ວຍລູທີນ ແລະ ຊີແຊນທີນ ທີ່ຊ່ວຍຫລຸດຄວາມສ່ຽງຈາກພະຍາດຕາເມື່ອອາຍຸຫລາຍຂຶ້ນ.
- ໝາກເຜັດໃຫຍ່, ໝາກເຜັດຢວກ ຫລື ໝາກເຜັດຫວານ : ເມື່ອເຮົາປະຕິເສດການຈ້ອງໜ້າຈໍບໍ່ໄດ້ ຈະຍ້ອນຈາກການເຮັດວຽກ ຫລື ການຫລິ້ນໂທລະສັບ ໃນໜຶ່ງມື້ສາຍຕາຂອງເຮົາກໍໄດ້ຮັບການເຮັດວຽກຢ່າງໜັກ ເຮັດໃຫ້ອິດເມື່ອຍອ່ອນເພຍໄດ້ຄືກັນ. ດັ່ງນັ້ນ, ເຮົາຈຶ່ງຕ້ອງບຳລຸງຮັກສາ ແລະ ເພີ່ມປະສິດທິພາບການເຮັດວຽກຂອງດວງຕາໃຫ້ດີຍິ່ງຂຶ້ນ ໂດຍການກິນອາຫານບຳລຸງສາຍຕາເຫລົ່ານີ້ເປັນປະຈຳທຸກມື້ ໂດຍສະເພາະຈຳພວກໝາກເຜັດ (ໝາກເຜັດໃຫຍ່, ໝາກເຜັດຢວກ ຫລື ໝາກເຜັດຫວານ) ເຊິ່ງມີສານອາຫານຊ່ວຍບຳລຸງສາຍຕາຂອງເຮົາໄດ້.