ນະໂຍບາຍການຄ້າລາວ ໃນຍຸກເສດຖະກິດດິຈິຕອນ ກັບການກ້າວເຂົ້າສູ່ ປີທີ 8 ຂອງສະມາຊິກ WTO
ເມື່ອທິດທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ເພື່ອສະເຫລີມສະຫລອງຄົບຮອບ 8 ປີ ທີ່ ສປປ ລາວ ໄດ້ເປັນສະມາຊິກຂອງອົງການການຄ້າໂລກ (WTO) ແລະ ປຶກສາຫາລືວາງແຜນຍຸດທະສາດ ທີ່ຕິດພັນກັບການຄ້າໂລກທີ່ ສປປ ລາວ ເປັນພາຄີກັບສາກົນ ເຊັ່ນ: ສັນຍາ ASEAN Agreement on E-Commerce ແລະ ກະກຽມເຂົ້າຮ່ວມເປັນພາຄີຂອງ ສັນຍາວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານ (Information Technology Agreement: ITA) ພາຍໃນປີນີ້ ເພື່ອໃຫ້ມີການເປີດກວ້າງດ້ານການຄ້າຍິ່ງຂຶ້ນ ທີ່ມີພັນທະ ແລະ ເປັນພັນທະມິດນໍາ.
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ ແລະ ຖ່າຍທອດຄວາມຮູ້ກ່ຽວກັບສະ ພາບການເຈລະຈາ ໃນປັດຈຸບັນ ຂອງອົງການການຄ້າໂລກ (ອຄລ) ເຊັ່ນ: ການປະຕິຮູບ ອຄລ ແລະ ບັນຫາໃໝ່ທີ່ສະເໜີເຂົ້າໃນການເຈລະຈາ ຄື: ການຄ້າທາງເອເລັກໂຕຣນິກ, ການອໍານວຍຄວາມສະດວກທາງດ້ານການລົງທຶນ, ຈຸລະວິສາຫະກິດ-ວິສາຫະກິດຂະໜາດນ້ອຍ ແລະ ກາງ. ພ້ອມກັນນີ້, ກໍເພື່ອເປັນການແລກປ່ຽນຄຳຄິດເຫັນ ລະຫວ່າງ ພາກລັດ, ພາກທຸລະກິດ ແລະ ສະຖາບັນການສຶກສາ ກ່ຽວກັບນະ ໂຍບາຍການຄ້າຂອງ ສປປ ລາວ ໃນຍຸກເສດຖະກິດດິຈິຕອນ ແລະ ການກະກຽມຄວາມພ້ອມໃນການຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ທີ່ຕິດພັນກັບວຽກງານການຄ້າ.
ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຄ ໄດ້ກ່າວວ່າ: ຕະຫລອດ 8 ປີ ຂອງການເປັນສະມາຊິກອົງການການຄ້າໂລກ, ສປປ ລາວ ໄດ້ສຸມເຫື່ອເທແຮງເຂົ້າໃນການຈັດຕັ້ງປະຕິບັດບັນ ດາພັນທະ ດ້ວຍການປັບປຸງນິຕິກຳຕ່າງໆ ໃຫ້ມີຄວາມສອດຄ່ອງ, ມີຄວາມໂປ່ງໃສ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຄວາມສະດວກໃນການດຳເນີນທຸລະກິດ ເພື່ອເຮັດໃຫ້ນັກລົງທຶນມີຄວາມເຊື່ອໝັ້ນຕໍ່ນະໂຍບາຍການຄ້າ ແລະ ການລົງທຶນຂອງ ສປປ ລາວ. ໂດຍເຫັນໄດ້ຢ່າງຈະແຈ້ງ ຈາກການປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເຈລະຈາບັນຫາໃໝ່ໃນ ອຄລ ໂດຍສະເພາະແມ່ນການເຂົ້າຮ່ວມຖະ ແຫລງການ ໃນວຽກງານການຄ້າທາງເອເລັກໂຕຣນິກ ແລະ ກໍ່ເພື່ອຮັບປະກັນການເອື້ອອໍານວຍຜົນປະ ໂຫຍດແກ່ການພັດທະນາການຄ້າທາງເອເລັກໂຕຣນິກ ຂອງກຸ່ມປະເທດດ້ອຍພັດທະນາ.
ໃນຂະນະດຽວກັນ, ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາປະຈຳລາວ ໄດ້ກ່າວສະແດງຄວາມຊົມເຊີຍ, ຄວາມສຳເລັດອັນສຳຄັນນີ້ ລະຫວ່າງລັດຖະບານ ສປປ ລາວ ແລະ ສະ ຫະລັດອາເມຣິກາ ທີ່ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການເຂົ້າເປັນສະມາຊິກອົງການການຄ້າໂລກ, ເຊິ່ງ ສ. ອາເມລິກາ ໄດ້ໃຫ້ການຊ່ວຍເຫລືອລ້າແກ່ ສປປ ລາວ ໃນຫລາຍໂຄງການໃນໄລຍະຫລາຍກວ່າ 10 ປີ ແລະ ສົ່ງເສີມດ້ານໂຄງລ່າງພື້ນຖານທາງດ້ານກົດໝາຍໃໝ່ໆ ທີ່ຕິດພັນກັບຊັບສິນດ້ານປັນຍາ ແລະ ການຄ້າ, ພ້ອມທັງການສ້າງຈົດໝາຍເຫດທາງລັດຖະການ ເພື່ອເປັນເວທີໃຫ້ສາທາລະນະ ໄດ້ມີໂອກາດປະກອບຄຳຄິດເຫັນ ໃນຂັ້ນຕອນຕ່າງໆ ຂອງການສ້າງລະບຽບການ ແລະ ກົດໝາຍ.