10 ຂໍ້ຫ້າມໃນມື້ບຸນປີໃໝ່ຂອງຊາວຈີນ ແລະ ຫວຽດນາມ

Kham Phut

ສຶກສາ- ວັດທະນະທຳ

  1. ບໍ່ລ່ວງເຮືອນຄົນອື່ນ ໃນມື້ວັນທີ 1, ຖ້າບໍ່ທັນມີຜູ້ໂຊກລາບມາລ່ວງໃຫ້ກ່ອນ ຫຼື ບໍ່ຖືກເຊີນໃຫ້ລ່ວງ, ຖ້າບໍ່ດັ່ງນັ້ນ ຄອບຄົວຂອງເຂົາຈະບໍ່ມີໂຊກລາບ.
  2. ບໍ່ທຳຄວາມສະອາດ ໂດຍສະເພາະ ແມ່ນການປັດກວາດເຮືອນຊານ ຕະຫຼອດມື້ບຸນປີໃໝ່ ເພາະມັນຈະເປັນການປັດກວາດໂຊກລາບໃນປີໃໝ່ອອກຈາກເຮືອນ.
  3. ຫ້າມທວງໜີ້ ທວງສິນ ຫຼື ໃຫ້ການກູ້ຢືມເງິນກັນ ເພາະມັນຈະເປັນໜີ້ເປັນສິນ ຕະຫຼອດໄປ.
  4. ຫ້າມຂ້າສັດຕັດຊີວິດ. ຖ້າຢາກກິນກໍຕ້ອງກະກຽມໄວ້ກ່ອນມື້ຮອດບຸນປີໃໝ່ ເພາະມັນບໍ່ເປັນມຸງຄຸນ ຕໍ່ຊີວິດ.
  5. ຫ້າມເອົາສິ່ງຂ້ອງກ່ຽວກັບນໍ້າ ຫຼື ໄຟ ອອກຈາກເຮືອນ ເພາະສິ່ງເຫຼົ່ານັ້ນ ມັນເປັນສິ່ງຄໍ້າຄູນ, ອົບອຸ່ນຂອງຄອບຄົວ.
  6. ຫ້າມເວົ້າສິ່ງບໍ່ດີ, ປ້ອຍດ່າກັນມື້ວັນຂຶ້ນປີໃໝ່ ເພາະມັນບໍ່ເປັນມຸງຄຸນ.
  7. ຫ້າມອອກເດີນທາງ ພາຍໃນ 5 ວັນຂອງປີໃໝ່ ເພາະບັນພະບູລຸດຈະກັບມາຢາມເຮືອນ.
  8. ບໍ່ນຸ່ງເຄື່ອງສີຂາວ ແລະ ສີດຳ. ເຂົ້າໃຈວ່າສີດຳ ແລະ ສີຂາວ ແມ່ນສີໄວ້ອາໄລຄົນຕາຍ.
  9. ຫ້າມກິນປາມຶກ, ກຸ້ງ, ຫອຍ, ເຕົ່າ, ເປັດ ແລະ ປະເພດອາຫານມີລົດສົ້ມ ເພາະນໍ້າມຶກເປັນສີດຳ, ກຸ້ງຖອຍຫຼັງ, ຫອຍ, ເຕົ່າ ໄປຊ້າ
  10. ຫ້າມໃຫ້ຂອງຂວັນເປັນ ໂມງ, ແມວ, ຢາ, ນໍ້າມຶກ, ມີດຕັດ ເຂົ້າໃຈວ່າ ຈະນຶກເຖິງຄວາມບໍ່ດີ.