6 ເຄື່ອງດື່ມບຳລຸງຜິວງາມຈາກພາຍໃນ
February 12, 2021 - 10:21 AM


- ນຳ້ໝາກພິລາ : ເປັນເຄື່ອງດື່ມທີ່ອຸດົມໄປດ້ວຍສານຕ້ານອະນຸມູນອິດສະລະ ແລະ ສາມາດດື່ມໄດ້ທຸກມື້ ເຖິງວ່າທ່ານຈະດື່ມນຳ້ໝາກພິລາໃນປະລິມານທີ່ບໍ່ຫລາຍ, ແຕ່ກໍຊ່ວຍຕໍ່ຕ້ານຮອຍຫ່ຽວກ່ອນໄວໄດ້ເປັນຢ່າງດີ.
- ນຳ້ຫົວກະຫລົດ : ອຸດົມໄປດ້ວຍເບຕ້າແຄໂຣທີນ ເຊິ່ງເປັນສານທີ່ມີສ່ວນເຮັດໃຫ້ຜິວຂອງທ່ານສົດໃສ ແລະ ສຸຂະພາບດີ ທັງຍັງມີວິຕາມິນ A ທີ່ມີສ່ວນຊ່ວຍຕໍ່ຕ້ານຮອຍຫ່ຽວແຫ່ງໄວ ແລະ ຍັງຊ່ວຍລະງັບການເກີດຮອຍຫ່ຽວກ່ອນໄວນຳອີກ. ດັ່ງນັ້ນ, ໃຜທີ່ມັກກິນຫົວກະຫລົດ ແນະນຳໃຫ້ລອງດື່ມນຳ້ຫົວກະຫລົດເປັນປະຈຳທຸກມື້ ຮັບຮອງວ່າຜິວຂອງທ່ານຈະກ້ຽງງາມສົດໃສຢ່າງເປັນທຳມະຊາດ.
- ຊາຂຽວ : ແນ່ນອນວ່າໜຶ່ງໃນເຄື່ອງດື່ມທີ່ໃຫ້ປະໂຫຍດຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາຫລາຍ ກໍຄື ຊາຂຽວ ເຊິ່ງການດື່ມຊາຂຽວທີ່ບໍ່ປະສົມນຳ້ຕານ ຫື ສານໃຫ້ຄວາມຫວານ ຍ່ອມເຮັດໃຫ້ເກີດຜົນດີຕໍ່ຮ່າງກາຍ ທັງຈາກພາຍໃນ ແລະ ພາຍນອກ ເນື່ອງຈາກຊາຂຽວເປັນເຄື່ອງດື່ມທີ່ມີສານຕ້ານອະນຸມູນອິດສະລະ ແລະ ມີສານທີ່ຊ່ວຍປົກປ້ອງຜິວຂອງເຮົາຈາກລັງສີ UV. ສິ່ງສຳຄັນເຄື່ອງດື່ມຊະນິດນີ້ຍັງຊ່ວຍຫລຸດການລະຄາຍເຄືອງ ແລະ ຫລຸດຮອຍແດງເທິງຜິວໄດ້ເປັນຢ່າງດີ.
- ນົມອາວມັອນ : ອຸດົມໄປດ້ວຍວິຕາມິນ B2 ແລະ ວິຕາມິນ B3 ເຊິ່ງວິຕາມິນທັງ 2 ຊະນິດນີ້ມີສ່ວນເຮັດໃຫ້ຜິວຂອງທ່ານຊຸ່ມຊື່ນຢ່າງສະໝໍ່າສະເໝີ ທັງຍັງຊ່ວຍໃຫ້ລະບົບການໄຫລວຽນເລືອດເຮັດວຽກໄດ້ດີ ນັ້ນຈຶ່ງສົ່ງຜົນນເຮັດໃຫ້ຜິວ ແລະ ສຸຂະພາບແຂງແຮງຢ່າງເຫັນໄດ້ແຈ້ງ.
- ນົມຖົ່ວເຫລືອງ : ຖືເປັນເຄື່ອງດື່ມທີ່ບໍ່ພຽງແຕ່ຊ່ວຍບຳລຸງກະດູກໃຫ້ມີຄວາມແຂງແຮງເທົ່ານັ້ນ, ແຕ່ຍັງເປັນເຄື່ອງດື່ມທີ່ຊ່ວຍບຳລຸງຜິວຂອງເຮົາໃຫ້ງາມສົດໃສສຸຂະພາບດີໄດ້ ເນື່ອງຈາກໃນນົມຖົ່ວເຫລືອງອຸດົມໄປດ້ວຍໄອໂຊຟລາໂວນ ເຊິ່ງເປັນສານທີ່ຊ່ວຍປ້ອງກັນບໍ່ໃຫ້ຮອຍຫ່ຽວສະແດງອອກຢ່າງເຫັນໄດ້ແຈ້ງ ທັງຍັງມີຄວາມສາມາດໃນການຮັກສາຄໍລາເຈັນໃນຜິວໄວ້ໄດ້ດີນຳອີກ.
- ເຫລົ້າແວັງແດງ : ເປັນເຄື່ອງດື່ມບຳລຸງຜິວທີ່ໄດ້ຮັບຄວາມນິຍົມມາຕັ້ງແຕ່ບູຮານ ເນື່ອງຈາກເຄື່ອງດື່ມທີ່ມີສານຕ້ານອະນຸມູນອິດສະລະຫລາຍ ຈະຊ່ວຍປົກປ້ອງຜິວຈາກການຖືກແສງແດດເຜົາໄໝ້ ພ້ອມທັງຊ່ວຍຫລຸດຮອຍຫ່ຽວຍານໄດ້ເປັນຢ່າງດີ.