ນັກລົງທຶນສົນໃຈເຂົ້າໄປລົງທຶນ ດ້ານກະສິກໍາຢູ່ແຂວງບໍລິຄຳໄຊນັບມື້ເພີ່ມຂຶ້ນ
ປີ 2020 ຜ່ານມາ ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປລົງທຶນດ້ານກະສິກໍາຢູ່ແຂວງບໍລິຄໍາໄຊ ມີທັງໝົດ 16 ບໍລິສັດ ມີເນື້ອທີ່ລົງທຶນທັງໝົດ 3.705 ເຮັກຕາ, ໃນນີ້ ມີການປູກກ້ວຍ 6 ບໍລິສັດ ຈໍານວນ 1.860 ເຮັກຕາ, ປູກຖົ່ວລຽນ 1 ບໍລິສັດ ຈໍານວນ 130 ເຮັກຕາ, ປູກໝາກມ່ວງ 3 ບໍລິສັດ ຈໍານວນ 1.373 ເຮັກ ຕາ, ປູກໝາກກ້ຽງ 3 ບໍລິສັດ ຈໍານວນ 342 ເຮັກຕາ ແລະ ສົ່ງເສີມການປູກ ແລະ ເກັບຊື້ມັນຕົ້ນ 3 ໂຮງງານ. ນອກຈາກນີ້ ຍັງບໍລິສັດທີ່ເກັບຊື້ທົ່ວໄປ ຈຳນວນ 44 ບໍລິສັດ ແລະ ໂຮງງານປຸງແຕ່ງຢາງພາລາ 3 ໂຮງງານ.
ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄຳໄຊ ໃຫ້ສໍາພາດວ່າ: ບໍລິສັດທີ່ເຂົ້າໄປລົງທຶນດ້ານກະສິກໍາຢູ່ແຂວງບໍລິຄຳໄຊ ມີທັງບໍລິສັດພາຍໃນປະເທດ, ບໍລິສັດພາຍໃນຮ່ວມກັບຕ່າງປະເທດ ແລະ ບໍລິສັດຈາກຕ່າງປະເທດ, ໃນນີ້ ສ່ວນໃຫຍ່ແມ່ນບໍລິສັດຈາກ ສປ ຈີນ ເຊີ່ງອົງການປົກຄອງແຂວງໄດ້ເນັ້ນໜັກໃສ່ຮູບແບບສົ່ງເສີມການລົງທຶນ 1+2+3 ( ລັດ ກໍຄືອົງການປົກຄອງແຂວງຄຸ້ມຄອງ, ປະຊາຊົນເປັນດິນ ແລະ ແຮງງານ, ບໍລິສັດເປັນຕົ້ນທຶນ, ເຕັກນິກ ແລະ ຕະຫລາດຈໍາໜ່າຍ ) ໂດຍສຸມໃສ່ 4 ເມືອງທົ່ງພຽງຂອງແຂວງເປັນຕົ້ນຕໍ ຄື: ເມືອງບໍລິຄັນ, ປາກຊັນ, ທ່າພະບາດ ແລະ ເມືອງປາກກະດິງ.
ຫົວໜ້າຂະແໜງປູກຝັງ ໃຫ້ຮູ້ຕື່ມວ່າ: ຜ່ານການລົງຕິດຕາມຢ່າງໃກ້ສິດຂອງຂະແໜງປູກຝັງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເຫັນວ່າມາຮອດປັດຈຸບັນ ນັກລົງທຶນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມກົດໝາຍ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນວາງອອກໄດ້ດີ ໂດຍສະເພາະການໃຊ້ສານເຄມີເຂົ້າໃນການປູກ ແມ່ນສາມາດຄວບຄຸມໄດ້ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມອ້ອມຂ້າງ. ສ່ວນຂໍ້ຫຍຸ້ງຍາກທີ່ພົບມີບໍ່ຫລາຍ ເພາະເປັນພຽງການສື່ສານກັບວິຊາການກ່ຽວຂ້ອງຂອງບາງບໍລິສັດລົງທຶນຈາກຕ່າງປະເທດເທົ່ານັ້ນ. ສ່ວນຕະຫລາດຈໍາໜ່າຍຜົນຜະລິດແມ່ນບໍ່ມີບັນຫາເພາະຕົ້ນຕໍແມ່ນສົ່ງອອກຕ່າງປະເທດ.