ຄົນເກີດປີງົວ ທີ່ມີຊື່ສຽງຂອງໂລກ
ຄົນເກີດປີງົວ ມັກຈະເປັນຄົນຂະຫຍັນ, ອົດທົນ, ທົນທານ. ຄົນເກີດປີງົວ ເປັນຄົນເຮັດວຽກດ້ວຍຄວາມດຸໝັ່ນ ແລະ ມີເປົ້າໝາຍຊັດເຈນ, ເຖິງແມ່ນຈະເສຍເວລາຫຼາຍກໍຕາມ.
ຄົນເກີດປີງົວ ເວົ້າລວມແລ້ວ ເປັນຄົນທີ່ມີຄວາມເຊື່ອໝັ້ນຕົນເອງສູງ ແລະ ມີຄວາມທູ່ນທ່ຽງໃນສະພາບວິກິດການ. ດັ່ງນັ້ນ ຈຶ່ງບໍ່ມີຫຍັງແປກໃນເມື່ອຄົນເກີດປິງົວກາຍເປັນຜູ້ນຳທີ່ມີຜົນສຳເລັດຂອງໂລກ.
ປີງົວຈະຕົກຢູ່ໃນປີ 1913,1925,1937,1949,1961,1973,1985,1997,2009 ແລະ 2021. ຜູ້ທີ່ເກີດປີງົວທີ່ມີຊື່ສຽງຂອງໂລກປະກອບມີ:
ທ່ານນາງ Margaret Thatcher ອະດີດນາຍົກລັດຖະມົນຕີ ອັງກິດ, ເກີດປີ 1925
ທ່ານນາງ Valentina Tereshkova ນັກບິນຍິງທີ່ມີຊື່ສຽງຂອງລັດເຊຍ, ເກີດປີ 1937
ທ່ານ António Guterres, ນັກການເມືອງ-ການຕ່າງປະເທດ ທີ່ມີຊື່ສຽງຂອງ ໂປຕູເກດ, ເກີດປີ 1949
ລາຊະນີ ອັງກິດ Diana , ເກີດປີ 1961
ອະດີດປະທານາ Barack Obama, ເກີດປີ 1961
ທ່ານ Philipp Rösler, ນັກການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງເສດຖະກິດ ແລະ ເທັກໂນໂລຊີ, ເຢຍລະມັນ, ເກີດປີ 1973
ທ່ານນາງ Aishwarya Rai,ນັກສະແດງທີ່ມີຊື່ສຽງຂອງອິນເດຍ, ເກີດປີ 1973
Cristiano Ronaldo, ນັກກິລາເຕະບານທີ່ມີຊື່ສຽງຊາວ ໂປຕູເກດ, ເກີດປີ 1985
ທ່ານນາງ Malala Yousafzai, ຊາວ ປາກິດສະຖານເກີດປີ 1997