ກິນອາຫານໃຫ້ເປັນ ກໍຊ່ວຍບຳລຸງສະໝອງໃຫ້ເຮັດວຽກດີໄດ້
February 13, 2021 - 1:10 PM
ສະໝອງ ເອີ້ນໄດ້ວ່າເປັນອະໄວຍະວະສຳຄັນຫລາຍໃນຮ່າງກາຍຂອງເຮົາ, ເປັນສູນກາງຂອງລະບົບປະສາດທີ່ຄວບຄຸມການເຮັດວຽກທຸກຢ່າງ. ການມີສະໝອງທີ່ສະຫລາດ ແລະ ສົດຊື່ນແຈ່ມໃສນັ້ນ ຈະຊ່ວຍໃຫ້ການເຮັດວຽກ ແລະ ໃຊ້ຊີວິດໃນແຕ່ລະມື້ເປັນໄປຢ່າງມີຄວາມສຸກ, ແຕ່ຖ້າຫາກວ່າສະໝອງເກີດຄວາມອ່ອນເພຍ, ຂາດສະມາທິ ຫລື ມີຄວາມຈື່ຈຳສັ້ນ ມັກຈະສົ່ງຜົນເສຍຕໍ່ການດຳລົງຊີວິດຫລາຍ, ແຕ່ເຮົາສາມາດບຳລຸງສະໝອງຂອງເຮົາໃຫ້ສົດຊື່ນ ແລະ ສະຫລາດໄດ້ ຕາມຫລັກການທີ່ພວກເຮົາເອົາມາແນະນຳບັນດາທ່ານໃນມື້ນີ້.
- ກິນອາຫານທີ່ມີປະໂຫຍດ : ການກິນອາຫານທີ່ມີປະໂຫຍດຖືວ່າເປັນຫົວໃຈຫລັກໃນການບຳລຸງສະໝອງ ເພາະສານອາຫານຕ່າງໆທີ່ໄດ້ຮັບເຂົ້າໄປໃນຮ່າງກາຍນັ້ນຈະເຂົ້າໄປບຳລຸງສະໝອງຢ່າງມີປະສິດທິພາບ ເຊິ່ງນອກຈາກກິນອາຫານໃຫ້ຄົບ 5 ໝວດແລ້ວ ອາຫານທີ່ອຸດົມໄປດ້ວຍວິຕາມິນ B ແລະ ທາດເຫລັກ ເປັນຕົ້ນ ຈະຊ່ວຍເສີມສ້າງໃຫ້ການເຮັດວຽກຂອງລະບົບສະໝອງມີປະສິດທິພາບ ແລະ ເສີມສ້າງຄວາມຈື່ຈຳດີຫລາຍຍິ່ງຂຶ້ນ.
- ໝັ່ນກິນຜັກ ແລະ ໝາກໄມ້ : ອາຫານຈຳພວກຜັກ ແລະ ໝາກໄມ້ ອຸດົມໄປດ້ວຍສານແອນຕີ້ອັອກຊິແດນ ແລະ ສານອາຫານຈຳພວກວິຕາມິນຕ່າງໆ ລ້ວນມີຄຸນປະໂຫຍດຕໍ່ຮ່າງກາຍ ແລະ ລະບົບສະໝອງເປັນຢ່າງຍິ່ງ ເພາະຊ່ວຍໃຫ້ສະໝອງມີຄວາມສົດຊື່ນ, ຫ້າວຫັນຫລາຍຍິ່ງຂຶ້ນ ເວລາທີ່ເຄັ່ງຄຽດກໍຈະຊ່ວຍຫລັ່ງສານຕ້ານອະນຸມູນອິດສະລະອອກມາ ຍ້ອນເຫດນີ້ ຈະເຫັນໄດ້ວ່າຜູ້ທີ່ມັກກິນຜັກ ແລະ ໝາກໄມ້ເປັນປະຈຳ ນອກຈາກສຸຂະພາບຜິວຈະງາມແລ້ວ ຍັງມີຄວາມຈື່ຈຳດີນຳອີກ.
- ກິນອາຫານໃຫ້ກົງເວລາ : ການກິນອາຫານໃຫ້ກົງເວລາເປັນສິ່ງທີ່ຫລາຍຄົນເຮັດໄດ້ຍາກ ໂດຍສະເພາະຢ່າງຍິ່ງໃນຍຸກນີ້ທີ່ມີການໃຊ້ຊີວິດຢ່າງຟ້າວຟັ່ງ ແລະ ພາລະໜ້າທີ່ການເຮັດວຽກມັກຈະເຮັດໃຫ້ກິນອາຫານບໍ່ຄ່ອຍກົງເວລາພໍປານໃດ. ແນວໃດກໍຕາມ, ເຮົາບໍ່ຄວນເອົາມາເປັນຂໍ້ອ້າງ ຫາກຢາກຈະບຳລຸງສະໝອງ ແລະ ຮ່າງກາຍໃຫ້ມີສຸຂະພາບດີ ກໍຄວນເອົາໃຈໃສ່ການກິນອາຫານໃຫ້ກົງເວລາທັງ 3 ຄາບ, ບໍ່ຄວນອົດອາຫານຄາບໃດຄາບໜຶ່ງ ເພາະອາດສົ່ງຜົນເຮັດໃຫ້ສະໝອງອ່ອນເພຍໄດ້ ຫລື ຫາກຍັງບໍ່ສະດວກກິນເຂົ້າແທ້ໆ ກໍອາດຈະກິນອາຫານວ່າງຮອງທ້ອງກ່ອນກໍໄດ້ເມື່ອເຖິງເວລາທີ່ຕ້ອງກິນແລ້ວ.
- ແບ່ງກິນເປັນຄາບນ້ອຍໆ : ການທີ່ເຮົາແບ່ງການກິນອາຫານອອກເປັນຄາບລະນ້ອຍໆປະມານ 5 – 6 ຄາບຕໍ່ມື້ ຈະສົ່ງຜົນດີຕໍ່ຮ່າງກາຍ ແລະ ການເຮັດວຽກຂອງລະບົບສະໝອງ ເພາະຈະຊ່ວຍກະຕຸ້ນຄວາມສົດຊື່ນຫ້າວຫັນຢູ່ຕະຫລອດເວລາ ສະໝອງບໍ່ເກີດຄວາມອ່ອນເພຍ ມີປະສິດທິພາບໃນການເຮັດວຽກຢູ່ສະເໝີ. ນອກຈາກນີ້ແລ້ວ ປະໂຫຍດຂອງການກິນອາຫານຄາບນ້ອຍໆຍັງຊ່ວຍໃຫ້ທ່ານຫລຸດນຳ້ໜັກໄດ້ເປັນຢ່າງດີ.
No comments yet! You be the first to comment.