Oxford-AstraZeneca ເລີ່ມທົດລອງວັກຊີນ ໂຄວິດ-19 ໃນເດັກອາຍຸ 6-17 ປີ
ວັນທີ 13 ກຸມພາ 2021, ສຳນັກຂ່າວ BBC ລາຍງານວ່າ: ມະຫາວິທະຍາໄລອັອກຟອດ (University of Oxford) ຮ່ວມກັບບໍລິສັດ ແອສຕຣ້າເຊນເນກ້າ (AstraZeneca) ໄດ້ເລີ່ມຂະບວນການທົດລອງວັກຊີນປ້ອງກັນພະຍາດໂຄວິດ-19 ກັບກຸ່ມຕົວຢ່າງທີ່ຢູ່ໃນຊ່ວງອາຍຸ 6-17 ປີແລ້ວ.
ໂດຍສ່ວນໜຶ່ງຂອງກຸ່ມຕົວຢ່າງປະມານ 300 ຄົນຈະໄດ້ຮັບການສັກວັກຊີນພາຍໃນເດືອນນີ້ ຖືເປັນຄັ້ງທຳອິດທີ່ມີການທົດລອງກັບກຸ່ມເດັກນ້ອຍທີ່ມີອາຍຸນ້ອຍກວ່າ 18 ປີ.
ທ່ານ ແອນດຣູ ພໍລາດ ສາສະດາຈານປະຈຳສາຂາວິຊາພະຍາດຕິດເຊື້ອ ແລະ ພູມຄຸ້ມກັນໃນເດັກ ແລະ ຫົວໜ້າໂຄງການທົດລອງວັກຊີນຂອງມະຫາວິທະຍາໄລອັອກຟອດ ກ່າວວ່າ: ເຖິງວ່າເດັກຈະເປັນກຸ່ມທີ່ບໍ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຫລາຍ ເນື່ອງຈາກມີໂອກາດຈະເກີດອາການໜ້ອຍ, ແຕ່ການທົດລອງທີ່ຈະເກີດຂຶ້ນຖືວ່າເປັນການທົດລອງທີ່ສຳຄັນ ໂດຍອາດມີເດັກບາງຄົນທີ່ໄດ້ຮັບປະໂຫຍດຈາດການສັກວັກຊີນ.
ປັດຈຸບັນວັກຊີນປ້ອງກັນພະຍາດໂຄວິດ-19 ຂອງອັອກຟອດ-ແອສຕຣ້າເຊນເນກ້າ ໄດ້ຮັບອະນຸມັດໃຫ້ສັກກັບຜູ້ທີ່ມີອາຍຸຕໍ່າກວ່າ 18 ປີເທົ່ານັ້ນ ເຖິງວ່າອາດຈະມີເດັກບາງຄົນທີ່ມີສະພາບຮ່າງກາຍສ່ຽງຕໍ່ການຖືກເຊື້ອໄວຣັສຊະນິດນີ້ຫລິ້ນງານກໍຕາມ.
ສ່ວນວັກຊີນຂອງ Pfizer ນັ້ນສາມາດໃຊ້ກັບເດັກອາຍຸ 16 ປີຂຶ້ນໄປໄດ້ ແລະ ໄດ້ເລີ່ມຕົ້ນການທົດລອງໃນກຸ່ມຕົວຢ່າງອາຍຸ 12-15 ປີ ຈຳນວນ 2.259 ຄົນ ໄປແລ້ວໃນເດືອນມັງກອນຜ່ານມາ.