ທຣຳ ລອດບໍ່ຖືກຖອດຖອນ ສ.ວ ລົງຄະແນນເອົາຜິດບໍ່ຮອດ 2 ໃນ 3


ວຸດທິສະມາຊິກລົງມະຕິໃຫ້ເອົາຜິດທ່ານ ທຣຳ 57-43 ຂາດໄປ 10 ສຽງໃນການຖອດຖອນອະດີດຜູ້ນຳອາເມລິກາອອກຈາກຕຳແໜ່ງ.
ວັນທີ 13 ກຸມພາ 2021, ໜັງສືພິມ New York Times ລາຍງານມະຕິຈາກວຸດທິສະມາຊິກໃນການສືບສວນເພື່ອຖອດຖອນອະດີດປະທານາທິບໍດີ ໂດນັລ ທຣຳ ທີ່ຖືກກ່າວຫາວ່າມີສ່ວນໃນການຍຸຍົງໃຫ້ເກີດຈະລາຈົນ ໃນເຫດການບຸກອາຄານລັດຖະສະພາອາເມລິກາ ເມື່ອວັນທີ 6 ມັງກອນ ໂດຍສະມາຊິກ 57 ຄົນ ລວມ 7 ຄົນຈາກພັກຣີພັບລິກັນ ລົງຄະແນນໃຫ້ ທຣຳ ມີຄວາມຜິດ, ສ່ວນທີ່ເຫລືອອີກ 43 ຄົນລະບຸວ່າ ທຣຳ ບໍ່ມີຄວາມຜິດໃນຂໍ້ກ່າວຫາດັ່ງກ່າວ.
ເມື່ອຄະແນນສຽງເບື້ອງເຫັນພ້ອມໃຫ້ດຳເນີນການມີບໍ່ຮອດ 2 ໃນ 3 ກໍຄື 67 ສຽງ ເຮັດໃຫ້ອະດີດປະທານາທິບໍດີ ທຣຳ ບໍ່ຖືກຖອດຖອນອອກຈາກຕຳແໜ່ງ ແລະ ຍັງມີໂອກາດລົງສະໝັກຮັບເລືອກຕັ້ງໄດ້ອີກໃນສະໄໝໜ້າ.
ຫລັງຈາກຮູ້ມະຕິທີ່ອອກມາແລ້ວ ອະດີດປະທານາທິບໍດີ ທຣຳ ໄດ້ເຜີຍແຜ່ຖະແຫລງການຂອບໃຈທີມກົດໝາຍ ແລະ ກ່າວວ່າ: ຄວາມພະຍາຍາມໃນການເອົາຜິດທ່ານໃນຄັ້ງນີ້ ເປັນການລ່າແມ່ມົດຈາກພັກການເມືອງເບື້ອງກົງກັນຂ້າມ. ອີກທັງຍັງໄດ້ບອກກັບຜູ້ສະໜັບສະໜູນວ່າ: ການເຄື່ອນໄຫວເພື່ອເຮັດໃຫ້ອາເມລິກາກັບມາຍິ່ງໃຫຍ່ອີກ (Make America Great Again) ຫາກໍຈະເລີ່ມຕົ້ນຂຶ້ນເທົ່ານັ້ນ.
ທ່ານ ມິດ ແມັກຄອນເນລ ຜູ້ນຳສຽງສ່ວນໜ້ອຍໃນວຸດທິສະພາຈາກພັກຣີພັບລິກັນອອກມາບອກພາຍຫລັງການລົງມະຕິວ່າ: ທຣຳ ມີສ່ວນຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນ ທັງໃນທາງປະຕິບັດ ແລະ ໃນທາງຈະລິຍະທຳ, ແຕ່ທ່ານເຊື່ອວ່າຂະບວນການຖອດຖອນບໍ່ຄວນນຳມາໃຊ້ກັບອະດີດປະທານາທິບໍດີທີ່ພົ້ນຈາກຕຳແໜ່ງໄປແລ້ວ, ຂໍ້ກ່າວຫາໃນຄັ້ງນີ້ເປັນພຽງການຢຸດຢັ້ງບໍ່ໃຫ້ ທຣຳ ລົງເລືອກຕັ້ງໃນສະໄໝໜ້າ.
ເຖິງຢ່າງໃດກໍຕາມ, ເຖິງຈະຫລຸດພົ້ນຈາກຂະບວນການຖອດຖອນໄປໄດ້, ອະດີດປະທານາທິບໍດີ ທຣຳ ຍັງມີໂອກາດຖືກຟ້ອງໃນຂະບວນການຍຸຕິທຳຢູ່.