G7 ປະຊຸມທາງ ອອນລາຍ
ສຳນັກຂ່າວຈາກ ຊີເອັນເອັນ ລາຍງານເມື່ອວັນທີ 15 ກຸມພານີ້ວ່າ: ປະທານາທິບໍດີ ໂຈໄບເດັນ ຈະເຂົ້າຮ່ວມກອງປະຊຸມ ທາງອອນລາຍດັ່ງກ່າວທີ່ຈະຈັດຂຶ້ນເມື່ອວັນທີ 19 ກຸມພາທີ່ຈະມາເຖິງ.
ແຈ້ງການຂອງທຳນຽບຂາວ ເມື່ອວັນທີ 14 ກຸມພາ ໃຫ້ຮູ້ວ່າ: ປະທານາທິບໍດີ ໂຈໄບເດັນ ຈະສຸມໃສ່ເປັນພິເສດກ່ຽວກັບເລື່ອງ “ການແບ່ງປັນການຜະລິດວັກຊີນ, ການແຈກຢາຍ ແລະ ແບ່ງປັນວັກຊີນໂຄວິດ-19, ກໍຄືການສືບຕໍ່ປຸກລະດົມຂົນຂວາຍ ແລະ ການຮ່ວມມື ເພື່ອຕ້ານການຂົ່ມຂູ່ ຈາກພະຍາດຕິດຕໍ່ ທີ່ເກີດຂຶ້ນໃໝ່, ດ້ວຍວິທີການສ້າງຄວາມອາດສາມາດຂອງປະເທດ ແລະ ສ້າງຄັງເງິນ ເພື່ອຄວາມສະຫງົບຂອງສາທາລະນະສຸກ”.
ນອກຈາກນິີ້, ປະທານາທິບໍດີ ໂຈໄບເດັນ ຍັງຈະກ່າວເຖິງບັນຫາຟື້ນຟູເສດຖະກິດໂລກທີ່ຖືກທຳລາຍຈາກ ໂຄວິດ-19 ຢ່າງສາຫັດນັ້ນຄືນໃໝ່, ໄບເດັນຍັງຈະໃຫ້ຄຳໝັ້ນສັນຍາ ກ່ຽວກັບ “ຄວາມສຳຄັນຂອງບັນດາປະເທດອຸດສາຫະກຳ ໃນການພັດທະນາ ແລະ ໃຫ້ການຊ່ວຍເຫຼືອ ເພື່ອຟື້ນຟູເສດຖະກິດ”.
ກອງປະຊຸມ G7 ທາງອອນລາຍຄັ້ງນີ້, ໂດຍອັງກິດ ເປັນເຈົ້າພາບ ແລະ ມີ 7 ປະເທດເຂົ້າຮ່ວມລວມມີ: ອັງກິດ, ການາດາ, ເຢຍລະມັນ, ຝຣັ່ງ, ຍີ່ປູ່ນ, ຄະນະກຳມະການເອີຣົບ ແລະ ສະພາເອີຣົບ