ຊາວອາເມລິກາຫຼາຍຄົນ ສັກວັກຊີນແລ້ວ ຍັງຕິດເຊື້ອໂຄວິດ-19 ຢູ່
February 15, 2021 - 11:04 AM
ສຳນັກຂ່າວ Sputnik ລາຍງານເມື່ອວັນທີ 15 ກຸມພານີ້ວ່້າ: ຢ່າງໜ້ອຍມີ 4 ຄົນໃນລັດ Oregon ຂອງສະຫະລັດ ຍັງຕິດເຊື້ອໂຄວິດ-19 ຢູ່ ພາຍຫຼັງສັກວັກຊີນ ສອງເຂັມແລ້ວ.
ອົງການການແພດລັດ Oregon ໃຫ້ຮູ້ວ່າ: ພົບເຫັນສອງກໍລະນີຕີດເຊື້ອທີ່ມີລັກສະນະ ‘ທຳລາຍມ້າງ‘ ຢູ່ໃນເມືອງ Yamhill ແລະ ອີກສອງກໍລະນີ ພົບເຫັນໃນເມືອງ Lane, ສອງກລະນີນີ້ ມີອາການທີ່ເບົາບາງ ຫຼື ບໍ່ສະແດງອາການເລີຍ. ຊຶ່ງຍັງອາດຈະມີຫຼາຍກໍລະນີຕື່ມອີກ ທີ່ຍັງບໍ່ທັນໄດ້ພົບເຫັນ.
ຂະນະນີ້ ເຈົ້າໜ້າທີ່ລັດ Oregon ໄດ້ຕິດຕໍ່ພົວພັນກັບສູນກາງການແພດທ້ອງຖິ່ນ ແລະ ລັດດັ່ງກ່າວ ເພື່ອຄົ້ນຫາທີ່ມາຂອງການຕິດເຊື້ອ, ກໍຄືຊອກຮູ້ ວ່າ ມັນມາຈາກວັກຊີນຕົວໃດ, Pfizer/BioNTech ຫຼື Moderna ທີ່ສັກໃຫ້ກັບ 4 ຄົນນັ້ນ.
ອີງຕາມຂໍ້ມຸນສະຖິຕິຈາກ Worldmeters, ໄລ່ມາເຖິງວັນທີ 15 ກຸມພານີ້, ມີຊາວອາເມລິກາ 28,2 ລ້ານຄົນແລ້ວ ຕິດເຊື້ອໂຄວິດ-19 ແລະ ມີຜູ້ເສຍຊີວິດເຖິງ 497.017 ຄົນ.