ຄາຕະກອນໂຫດ! ຂ້າເມຍຕົນເອງແລ້ວຫລົບໜີ ເຈົ້າໜ້າທີ່ເລັ່ງຈັບຕົວມາດຳເນີນຄະດີ

ໃນວັນທີ 15 ກຸມພາ 2021 ເກີດມີການກໍ່ເຫດຄາຕະກຳຢູ່ບ້ານນາກາງ ເມືອງເຟືອງ ແຂວງວຽງຈັນ, ຕາມການບອກເລົ່າຂອງ ລຸງຂອງຜູ້ເສຍຊີວິດໃຫ້ຮູ້ວ່າ: ຊື່ທ້າວ ວັນດີ ບ້ານ ປາກເປາະ ເມືອງວັງວຽງ ແຂວງ ວຽງຈັນ ເປັນຜົວຂອງຜູ້ຖືກຄາຕະກຳ (ຜູ້ຕາຍ), ມື້ເກີດເຫດແມ່ນທັງສອງຜົວເມຍໄດ້ ໄດ້ມາແຕ່ວັງວຽງເພື່ອຮ່ວມງານດອງຫລານຢູ່ເມືອງເຟືອງ ເວລາປະມານ 16:00ໂມງ ຕົນ ແລະ ໝູ່ຄູ່ ຍາດຕິພີ່ນ້ອງ ກຳລັງຮ່ວມມ່ວນໃນງານດອງຢູ່ນັ້ນໄດ້ມີຄົນແລ່ນມາບອກວ່າຫລານສາວຂອງຕົນຖືກຍິງ ຈຶ່ງພາກັນແລ່ນໄປຈຸດທີ່ເກີດເຫດ ພໍໄປຮອດຈຸດເກີດກໍເຫັນຫລານສາວໂຕເອງເສຍຊີວິດແລ້ວ ຖືກຍິງເຂົ້າທີ່ໜ້າເອີກໜຶ່ງນັດ ປັດຈຸບັນນີ້ຜູ້ກໍ່ເຫດໄດ້ເອົາໂຕຫລົບໜີເຂົ້າປ່າພ້ອມດ້ວຍປືນທີ່ໃຊ້ກໍ່ເຫດ, ເຊິ່ງສາເຫດແຮງຈູງໃນໃນການຄາຕະກຳຄັ້ງນີ້ຍັງບໍ່ທັນຮູ້ ເຈົ້າໜ້າທີ ປກສ ເມືອງ ແລະ ກອນຫລອນບ້ານ ກຳລັງເລັ່ງຕິດຕາມນຳຈັບຜູ້ກໍ່ເຫດມາລົງໂທດຕາມລະບຽບກົດໝາຍ ແລະ
ຖ້າບຸກຄົນໃດພົບເຫັນບຸກຄົນໃນຂ່າວນີ້ສາມາດແຈ້ງເຈົ້າໜ້າທີ່ທ້ອງຖິ່ນຈັບໂຕໄດ້ເລີຍ.