ຍີ່ປຸ່ນປະສົບບັນຫາສັກວັກຊີນໂຄວິດ ເພາະຂາດເຂັມສັກຢາພິເສດ
ຍີ່ປຸ່ນເລັ່ງຈັດຊື້ເຂັມສັກຢາພິເສດ ເພື່ອເພີ່ມຈຳນວນຜູ້ທີ່ຈະໄດ້ຮັບການສັກວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19, ແຕ່ບໍລິສັດຜູ້ຜະລິດເຂັມສັກຢາພັດປະສົບບັນຫາໃນການເລັ່ງຜະລິດ ເຊິ່ງເຮັດໃຫ້ຫລາຍຝ່າຍກັງວົນວ່າ: ວັກຊີນຫລາຍລ້ານໂດສທີ່ສັ່ງຊື້ມາອາດເສຍລ້າ.
ຍີ່ປຸ່ນ ເຊິ່ງມີປະຊາກອນທັງໝົດ 126 ລ້ານຄົນ ໄດ້ສັ່ງຊື້ວັກຊີນປ້ອງກັນພະຍາດໂຄວິດ-19 ຈາກ Pfizer 144 ລ້ານໂດສ ເພື່ອນຳມາສັກໃຫ້ປະຊາຊົນ 72 ລ້ານຄົນ ແລະ ຈະເລີ່ມສັກວັກຊີນໃນວັນທີ 17 ກຸມພານີ້ເປັນມື້ທຳອິດ. Pfizer ລະບຸວ່າ: ຖ້າໃຊ້ເຂັມສັກຢາພິເສດ ວັກຊີນ 1 ແກ້ວຈະສັກໄດ້ເຖິງ 6 ເຂັມ, ແຕ່ຖ້າໃຊ້ເຂັມສັກຢາແບບມາດຕະຖານ ຈະສັກໄດ້ພຽງ 5 ເຂັມ ວັກຊີນທີ່ເຫລືອຕ້ອງຖິ້ມ ເຊິ່ງເຮັດໃຫ້ລັດຖະບານຍີ່ປຸ່ນໄດ້ກະກຽມການສັ່ງຊື້ເຂັມສັກຢາພິເສດມາໄລຍະໜຶ່ງແລ້ວ.
ເຖິງຢ່າງໃດກໍດີ, ທ່ານ ຄັດສິໂນບຸ ຄາໂຕ ຫົວໜ້າເລຂາທິການຄະນະລັດຖະບານຍີ່ປຸ່ນ ກ່າວເຖິງບັນຫາດັ່ງກ່າວວ່າ: ທາງການຍັງພະຍາຍາມຈັດຫາເຂັມສັກຢາພິເສດເຫລົ່ານີ້ຢູ່. ຂະນະທີ່ໂຄສົກຍິງຂອງ Pfizer ແລະ ເຈົ້າໜ້າທີ່ກະຊວງສາທາລະນະສຸກຍີ່ປຸ່ນປະຕິເສດຈະໃຫ້ຄວາມເຫັນກ່ຽວກັບຂໍ້ຕົກລົງຊື້ວັກຊີນ 144 ລ້ານໂດສວ່າຂຶ້ນຢູ່ກັບການສັກວັກຊີນ 6 ເຂັມຈາກ 1 ແກ້ວ ຫລື ບໍ່. ສ່ວນ ນິໂປຣ ຄອບ ບໍລິສັດຜະລິດເຂັມສັກຢາທີ່ມີໂຮງງານຢູ່ໄທ ແລະ ມີກຳລັງຜະລິດເດືອນລະ 500.000 ເຂັມ ລະບຸວ່າ: ບໍລິສັດໄດ້ວາງແຜນເພີ່ມກຳລັງຜະລິດຕໍ່ເດືອນເພີ່ມຂຶ້ນຢູ່ໃນຫລັກລ້ານຕົ້ນໆ ແລະ ຈະຕ້ອງໃຊ້ເວລາເຖິງ 5 ເດືອນຈຶ່ງຈະຜະລິດຕາມເປົ້າໝາຍທີ່ວາງໄວ້ໄດ້. ປັດຈຸບັນ ຍີ່ປຸ່ນມີຜູ້ຕິດເຊື້ອສະສົມປະມານ 418.000 ຄົນ ແລະ ຜູ້ເສຍຊີວິດຫລາຍກວ່າ 7.040 ຄົນ.