ເຖິງແມ່ນຈະພົ້ນໂທດແລ້ວກໍຕາມ ແຕ່ ທຣຳ ກໍຍັງບໍ່ມີຄວາມສະຫງົບ
ເຖິງແມ່ນຈະພົ້ນໂທດ ຈາກວຸດທິສະພາແລ້ວກໍຕາມ, ແຕ່ ໂດນັລທຣຳ ກໍຍັງປະເຊີນກັບ ການຮ້ອງຟ້ອງ 3 ກໍລະນີຕື່ມອີກ ຈາກໄອຍະການລັດ ນິວຢອກ ທີ່ກຳລັງສືບສວນຄະດີທາງ ອາຍາກ່ຽວກັບທຸລະກຳດ້ານທຸລະກິດ ແລະ ການສໍ້ໂກງດ້ານການເງິນ ຂອງເຂົາ.
ຢູ່ທີ່ລັດ ຈໍເຈຍ ທຣຳ ກຳລັງຖືກສອບສວນທາງອາຍາ ກ່ຽວກັບຫຍຸ້ງກ່ຽວການເລືອກຕັ້ງ ເພື່ອຫວັງພິກປີ້ນຜົນການເລືອກຕັ້ງໃນລັດດັ່ງກ່າວ.
ເຖິງແມ່ນກອງປະຊຸມສະພາກ່າວໂທດ ທຣຳ ປິດລົງແລ້ວກໍຕາມ, ແຕ່ບັນດາສະມາຊິກຈາກພັກເດໂມແຄຣດ ຍັງຈະດຳເນີນຄະດີໃນຫຼາຍຂໍ້ຫາຕໍ່ ທຣຳ ຕື່ມອີກ ກ່ຽວກັບການກໍ່ຈະລາຈົນໃນວັນທີ 6 ມັງກອນ ທີ່ຜ່ານມາ.
ວັນທີ 15 ກຸມພາ ທີ່ກອງປະຊຸມສະພາ ໄດ້ລາຍງານວ່າ ຈະແຕ່ງຕັ້ງຄະນະສະເພາະກິດໜຶ່ງຂຶ້ນເພື່ອສືບສວນສອບສວນ ການກໍ່ຈະລາຈົນ ທີ່ອາຄານລັດຖະສະພາ. ປະທານສະພາຜູ້ແທນປະຊາຊົນ Nancy Pelosi ໃຫ້ຮູ້ວ່າ ຄະນະສະເພາະກິດດັ່ງກ່າວຈະສືບສວນສອບສວນ ກ່ຽວກັບສາເຫດ ການກໍ່ການຮ້າຍພາຍໃນປະເທດ ແລະ ການຫຍຸ້ງກ່ຽວກັບການມອບໂອນອຳນາດໂດຍສັນຕິວິທີ.