ຜູ້ສ້າງຕັ້ງ ຫົວເຫວີຍ ຍອມຍົກໃຫ້ ໄອໂຟນ 12 ເປັນມືຖື 5ຈີ ທີ່ດີທີ່ສຸດ
ຫຼາຍຄົນຄິດວ່າ ຜູ້ບໍລິຫານຂອງ ຫົວເຫວີຍ ຄື Richard Yu ແຕ່ໃນຕົວຈິງແລ້ວ ພວກເຂົາຍັງມີຫົວໜ້າອີກຄົນໜຶ່ງ ນັ້ນກໍຄື Ren Zhengfei ຊຶ່ງເປັນຜູ້ສ້າງຕັ້ງບໍລິສັດ, ໂດຍເຂົາໃຫ້ສະພາດຜ່ານສື່ ຍອມຮັບວ່າ ໄອໂຟນ 12 ເປັນມືຖື 5ຈີ ທີ່ດີທີ່ສຸດໃນໂລກຕອນນີ້.
ເມື່ອປີທີ່ແລ້ວ, Ren Zhenfei ກໍເຄີຍອອກມາຍອມຮັບວ່າ ຕົວເຂົາເອງເຖິງແມ່ນວ່າຈະເປັນຜູ້ສ້າງຕັ້ງ ຫົວເຫວີຍ ກໍຕາມ ແຕ່ມືຖືທີ່ເຂົາໃຊ້ຢູ່ທຸກວັນນີ້ ກໍຄື ໄອໂຟນ ແຖມຍັງຊື້ໃຫ້ຄົນໃນຄອບຄົວໃຊ້ອີກ. ໂດຍເຂົາໃຫ້ເຫດຜົນວ່າ: Ecosystem ຂອງໄອໂຟນນັ້ນດີທີ່ສຸດ ນອກຈາກນີ້ເຂົາຍັງເວົ້າອີກວ່າ: ແອບໂປ ເປັນອາຈານຂອງ ຫົວເຫວີຍ ອີກຊໍ້າ.
ຫຼ້າສຸດ Ren Zhengfei ກໍອອກມາໃຫ້ສຳພາດຜ່ານສື່ Forbes ວ່າ ໄອໂຟນ 12 ເປັນສະມາດໂຟນທີ່ດີທີ່ສຸດໃນໂລກ ສາມາດ ສ້າງຄວາມໄວ ແບບດາວໂຫຼດໄດ້ສູງເຖິງ 1.82 Gpbs ຊຶ່ງແນນນອນວ່າ ສ່ວນໜື່ງທີ່ ໄອໂຟນ 12 ສາມາດສ້າງຄວາມໄວໄດ້ຂະໜາດນັ້ນ ກໍເພາະອຸປະກອນ 5ຈີ ແນັດເວີກ ທີ່ ຫົວເຫວີຍ ໄປວາງຮາກຖານໃນແຕ່ລະປະເທດເອົາໄວ້ານັ້ນເອງ ໂດຍ Zhengfei ກໍຍອມຮັບຄືເກົ່າວ່າ ປີນີ້ເຂົາກໍຊື້ ໄອໂຟນ 12 ມາໃຊ້ຄືເກົ່າ.
ນອກຈາກນີ້, Ren Zhengfei ຍັງບອກວ່າອຸປະກອນ 5ຈີ ແນັດເວີກ ຂອງ ຫົວເຫວີຍ ຖືວ່າເຮັດວຽກຮ່ວມກັບ ໄອໂຟນ ໄດ້ຂ້ອນຂ້າງດີ ແລະ ການທີ່ ໄອໂຟນ 12 ສາມາດທຳຄວາມໄວໃນດ້ານ ອັບໂຫຼດ ແລະ ດາວໂຫຼດ ໄດ້ດີນັ້ນ ກໍແປວ່າ ໂຄງສ້າງພື້ນຖານ 5ຈີ ຂອງຫົວເຫວີຍ ມີປະສິດທິພາບດີໄປຕາມກັນ.