ປະທດໃນອາຟຣິກາຕາເວັນຕົກກຽມຮັບມື ຫລັງກິນີປະກາດການລະບາດຂອງອີໂບລາຄັ້ງໃໝ່
ສຳນັກຄວາມໝັ້ນຄົງ ແລະ ສາທາລະນະສຸກແຫ່ງຊາດຂອງກິນີ ລະບຸວ່າ: ກິນີໄດ້ປະກາດການລະບາດຂອງພະຍາດອີໂບລາ ໜຶ່ງໃນພາກພື້ນຂອງປະເທດເມື່ອວັນທີ 14 ກຸມພາຜ່ານມາ ຫລັງພົບຜູ້ຕິດເຊື້ອແລ້ວຢ່າງໜ້ອຍ 7 ຄົນ ເຊິ່ງໃນຈຳນວນນີ້ມີຜູ້ເສຍຊີວິດ 3 ຄົນ.
ໂດຍເຈົ້າໜ້າທີ່ສາທາລະນະສຸກໃນເມືອງເອັນເຊເຣໂຄເຣ ທາງຕາເວັນອອກສຽງໃຕ້ຂອງປະເທດ ລະບຸວ່າ: ມີບຸກຄົນ 7 ຄົນທີ່ມີຜົນກວດເຊື້ອອີໂບລາເປັນບວກ ລວມທັງມີອາການເຊັ່ນ: ຖອກທ້ອງ, ຮາກ ແລະ ມີເລືອດອອກ ເຊິ່ງກ່ອນໜ້ານັ້ນບຸກຄົນເຫລົ່ານີ້ໄດ້ເດີນທາງໄປຮ່ວມງານສົບຂອງພະຍາບານຄົນໜຶ່ງ ແລະ 3 ຈາກ 7 ຄົນດັ່ງກ່າວເສຍຊີວິດຫລັງງານສົບດັ່ງກ່າວ, ແຕ່ບໍ່ແນ່ນອນວ່າພະຍາບານດັ່ງກ່າວ ເຊິ່ງເຮັດວຽກຢູ່ສູນສຸຂະພາບທ້ອງຖິ່ນນັ້ນເສຍຊີວິດຈາກອີໂບລານຳ ຫລື ບໍ່.
ສ່ວນອົງການອະນາໄມໂລກ (WHO) ໄດ້ໃຫ້ຄຳໝັ້ນວ່າ: ຈະຊ່ວຍເຫລືອກິນີໃນການຈັດຫາວັກຊີນອີໂບລາ ເຊິ່ງເມື່ອມໍ່ໆນີ້ ວັກຊີນດັ່ງກ່າວໄດ້ຊ່ວຍຄວບຄຸມການລະບາດຂອງພະຍາດຢູ່ສາທາລະນະລັດປະຊາທິປະໄຕຄອງໂກ. ນອກຈາກນີ້ ທີມຂອງ WHO ຍັງໄດ້ລົງພື້ນທີ່ແລ້ວ ເພື່ອຊ່ວຍເບິ່ງແຍງການປ້ອງກັນ ແລະ ຄວບຄຸມການຕິດຕໍ່ຂອງພະຍາດໃນສະຖານບໍລິການສຸຂະພາບ, ສະຖານທີ່ສຳຄັນອື່ນ ລວມທັງຍັງເຂົ້າໄປໃນຊຸມຊົນອີກດ້ວຍ.
ນອກຈາກນີ້, ຍັງຈະມີການເປີດສູນປິ່ນປົວພະຍາດອີໂບລາໃນພື້ນທີ່ກູເອກເຄຂອງເມືອງເອັນເຊເຣໂຄເຣ ເຊິ່ງເປັນພື້ນທີ່ທີ່ມີການປະກາດການລະບາດນຳອີກ.
ສ່ວນສະພາກາແດງກ່າວໃນຖະແຫລງການວ່າ: ມີເຄືອຂ່າຍອາສາສະໝັກທີ່ຜ່ານການຝຶກອົບຮົມຫລາຍກວ່າ 700 ຄົນ ເຊິ່ງໄດ້ “ກຽມຄວາມພ້ອມເພື່ອເປັນສ່ວນໜຶ່ງໃນການຮັບມືຮອບທຳອິດ ແລະ ລັດຖະບານໄດ້ຮຽກຮ້ອງໃຫ້ປະຊາຊົນເຄົາລົບມາດຕະການດ້ານສຸຂະອະນາໄມ ແລະ ການປ້ອງກັນພະຍາດ ຕະຫລອດຈົນລາຍງານສັນຍານຂອງພະຍາດຕໍ່ເຈົ້າໜ້າທີ່ສາທາລະນະສຸກ”.
ການລະບາດຂອງອີໂບລາຄັ້ງໃຫຍ່ທີ່ສຸດເທົ່າທີ່ມີມາຂອງໂລກເລີ່ມຕົ້ນໃນປີ 2014 ຢູ່ກິນີ ແລະ ຍາວນານຕໍ່ເນື່ອງຈົນຮອດປີ 2016 ລວມທັງແຜ່ລະບາດໄປໃນປະເທດໄລບີເຣຍ ແລະ ເຊຍຣາລີໂອນ ມີຜູ້ຕິດເຊື້ອຫລາຍກວ່າ 28.000 ຄົນ ແລະ ເສຍຊີວິດຫລາຍກວ່າ 11.000 ຄົນ, ສ່ວນການລະບາດຄັ້ງປັດຈຸບັນໄດ້ເລີ່ມຕົ້ນຂຶ້ນໃນພື້ນທີ່ຊາຍແດນຂອງກິນີ ເຊິ່ງ WHO ລະບຸວ່າ: ກຳລັງເຮັດວຽກຮ່ວມກັບໜ່ວຍງານດ້ານສຸຂະພາບໃນໄລບີເຣຍ ແລະ ເຊຍຣາລີໂອນ ເພື່ອເພີ່ມການເຝົ້າລະວັງໃນເຂດຊາຍແດນ ລວມທັງປັບປຸງຂີດຄວາມສາມາດໃນການທົດລອງການຕິດເຊື້ອ.
ປະເທດຕ່າງໆໃນອາຟຣິກາຕາເວັນຕົກກຳລັງກຽມພ້ອມຮັບມື, ສ່ວນໄນຈີເຣຍ ເຊິ່ງເປັນປະເທດທີ່ມີປະຊາກອນຫລາຍທີ່ສຸດໃນອາຟຣິກາ ລະບຸວ່າ: ກຳລັງຕິດຕາມສະຖານະການ ແລະ ຈະອອກຄຳແນະນຳດ້ານສາທາລະນະສຸກ ເພື່ອແກ້ໄຂຂໍ້ກັງວົນພາຍໃນປະເທດ.
ພະຍາດໄວຣັສອີໂບລາ ເຊິ່ງສ່ວນຫລາຍສົ່ງຜົນກະທົບຕໍ່ຄົນ ແລະ ສັດອື່ນໆເຊັ່ນ: ລີງ, ກໍຣິລາ ແລະ ຊິມແປນຊີນັ້ນ ຖືເປັນພະຍາດຕິດຕໍ່ທີ່ມີຄວາມຮຸນແຮງ ເຊິ່ງໃນຄັ້ງທຳອິດນັ້ນແຜ່ກະຈາຍຈາກສັດປ່າມາສູ່ມະນຸດ ແລະ ມະນຸດສາມາດຕິດເຊື້ອຈາກມະນຸດຄົນອື່ນໄດ້ ຖ້າສຳຜັດກັບຂອງເຫລວໃນຮ່າງກາຍຈາກຜູ້ຕິດເຊື້ອ ຫລື ວັດຖຸທີ່ປົນເປື້ອນຈາກຜູ້ຕິດເຊື້ອ. ອີກກໍລະນີໜຶ່ງທີ່ມະນຸດອາດສຳຜັດໄວຣັສໄດ້ຄື: ການຂ້າສັດທີ່ຕິດເຊື້ອເພື່ອກຽມເປັນອາຫານ. ຈາກຂໍ້ມູນຂອງ WHO ລະບຸວ່າ: ສະເລ່ຍແລ້ວຜູ້ທີ່ປ່ວຍຈາກເຊື້ອອີໂບລາປະມານເຄິ່ງໜຶ່ງຈະເສຍຊີວິດ ເຖິງວ່າອັດຕາການຕາຍຈະປ່ຽນແປງລະຫວ່າງ 25-90% ຈາກການລະບາດໃນອະດີດກໍຕາມ.
ນອກຈາກນີ້ ຍັງມີລາຍງານຜູ້ປ່ວຍອີໂບລາໃໝ່ຢູ່ສາທາລະນະລັດປະຊາທິປະໄຕຄອງໂກເມື່ອວັນທີ 7 ກຸມພາ ເຊິ່ງ WHO ປະກາດວ່າ: ພົບຜູ້ຕິດເຊື້ອອີໂບລາໃໝ່ຢູ່ເມືອງບູເຕັມໂບ ແຂວງນອດ ຄິວູ ແລະ ສຳນັກງານພາກພື້ນອາຟຣິກາຂອງ WHO ຍັງເປີດເຜີຍເມື່ອວັນທີ 13 ກຸມພາວ່າ: ມີຜູ້ຕິດເຊື້ອອີໂບລາທີ່ຢືນຢັນແລ້ວເປັນຄົນທີ 3 ຢູ່ເມືອງຄາຕາວາ ໃກ້ກັບເມືອງບູເຕັມໂບນຳ.
ໜ່ວຍງານດ້ານສາທາລະນະສຸກໃນສາທາລະນະລັດປະຊາທິປະໄຕຄອງໂກ ລະບຸວ່າ: ກຳລັງເຮັດວຽກຮ່ວມກັບພັນທະມິດໃນການຈັດຫາອຸປະກອນການແພດທີ່ຈຳເປັນ ເພື່ອສະໜັບສະໜູນໜ່ວຍງານສາທາລະນະສຸກໃນພື້ນທີ່ ແລະ ຍັງຈະມີການສັກວັກຊີນໃນພາກພື້ນ ເຊິ່ງຈະເລີ່ມຕົ້ນໃນວັນທີ 22 ກຸມພານີ້.
ສາທາລະນະລັດປະຊາທິປະໄຕຄອງໂກ ຜະເຊີນການແຜ່ລະບາດຂອງເຊື້ອອີໂບລາຫລາຍຄັ້ງຈົນເຖິງປັດຈຸບັນ ໃນເດືອນມິຖຸນາ 2020 ສາທາລະນະລັດປະຊາທິປະໄຕຄອງໂກມີລາຍງານການລະບາດຂອງພະຍາດອີໂບລາເປັນຄັ້ງທີ 11 ມີລາຍງານຜູ້ໄດ້ຮັບການຢືນຢັນ ແລະ ຜູ້ທີ່ອາດຈະຕິດເຊື້ອຈຳນວນ 130 ຄົນ ລວມທັງຜູ້ເສຍຊີວິດອີກ 55 ຄົນ.