ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວສະຫຼຸບຜົນງານປະຈຳປີ
ໃນວັນທີ 17 ກຸມພາ 2021, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ປະຈໍາປີ 2020 ແລະ ທິດທາງ ແຜນການປີ 2021 ໂດຍການເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ປະທານຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ, ມີທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ພ້ອມດ້ວຍຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສຂັ້ນສູນກາງ, ຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນເຂົ້າຮ່ວມ
ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ, ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍເອັສເອັສລາວ ໄດ້ຍົກໃຫ້ເຫັນຜົນສໍາເລັດຕົ້ນຕໍ ໂດຍໄດ້ເອົາໃຈໃສ່ເບິ່ງແຍງລ້ຽງດູເດັກເອັສໂອເອັສຕາມຫຼັກສີ່ປະການ “ເປັນແມ່ເປັນລູກກັນ, ເປັນອ້າຍເອື້ອຍນ້ອງກັນ, ເປັນຄອບຄົວດຽວກັນ ແລະ ເປັນບ້ານດຽວກັນ”. ປັດຈຸບັນມີເດັກທີ່ຢູ່ໃນການດູແລທັງໝົດ 6 ບ້ານ ມີ 984 ຄົນ, ຍິງ 438 ຄົນ , ພ້ອມທັງດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນ ໃນໄລຍະ 1 ປີ ຜ່ານມາ ແຜນການຄາດໝາຍສູ້ຊົນໃນຕໍ່ໜ້າ.
ກອງປະຊຸມດັ່ງກ່າວຍັງໄດ້ພ້ອມກັນປຶກສາຫາລື ເປັນຕົ້ນການພິຈາລະນາການຄຸ້ມຄອງບໍລິຫານໂຮງຮຽນເອັສໂອເອັສເຮີມານມາຍຍັງບໍ່ທັນໄດ້ມອບ-ໂອນໃຫ້ລັດເປັນຜູ້ຄຸ້ມຄອງບໍລິການ,ການປະກອບສ່ວນທຶນຮອນໃສ່ວຽກງານບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ແລະ ປະກອບຄຳເຫັນກ່ຽວກັບການ ເຮັດບົດບັນທຶກຄວາມເຂົ້າໃຈ ໂຄງການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ (MOU) ກ່ຽວພັນເຖິງການປະກອບສ່ວນງົບປະມານຂອງລັດຖະບານ.