ອິດສະລາແອນພົບ “ລູກຢູ່ໃນທ້ອງ” ເສຍຊີວິດຈາກໂຄວິດ-19 ຄັ້ງທຳອິດ
ວັນທີ 16 ກຸມພາ 2021, ສຳນັກຂ່າວ Kan ຂອງລັດຖະບານອິດສະລາແອນ ລາຍງານກໍລະນີຕົວອ່ອນໃນມົດລູກເສຍຊີວິດຈາກພະຍາດໂຄວິດ-19 ຄັ້ງທຳອິດໃນອິດສະລາແອນ ຫລັງຮັບເຊື້ອຈາກແມ່.
ໂດຍລາຍງານລະບຸວ່າ: ຜູ້ຍິງອາຍຸ 29 ປີ ເຊິ່ງຖືພາອາຍຸ 25 ອາທິດ ຖືກນຳສົ່ງໂຮງໝໍໃນເມືອງແອດດັດ ທາງຕອນໃຕ້ຂອງປະເທດ ຫລັງຈາກຮູ້ສຶກເຖິງການເຄື່ອນໄຫວຂອງເດັກໃນມົດລູກ, ຕໍ່ມາແພດພົບວ່າເດັກໃນທ້ອງເສຍຊີວິດແລ້ວ ຈຶ່ງຜ່າເກີດເອົາເດັກອອກມາ.
ຜູ້ຍິງຄົນດັ່ງກ່າວມີອາການໄຂ້ໃນອາທິດຜ່ານມາ ແລະ ມີຜົນກວດໂຄວິດ-19 ເປັນບວກຢູ່ໂຮງໝໍ. ຂະນະທີ່ການທົດສອບເພີ່ມຕື່ມບົ່ງບອກວ່າ: ເດັກໃນທ້ອງມີຜົນກວດເປັນບວກເຊັ່ນກັນ.
ທາງໂຮງໝໍເປີດເຜີຍວ່າ: ກໍລະນີດັ່ງກ່າວເປັນໜຶ່ງໃນບໍ່ເທົ່າໃດກໍລະນີໃນໂລກທີ່ຕົວອ່ອນເສຍຊີວິດຈາກພະຍາດໂຄວິດ-19 ຂະນະຢູ່ໃນທ້ອງຂອງຜູ້ເປັນແມ່.