ຫຼາຍປະເທດໃນເອີຣົບ ມີຄວາມໜາວເຢັນ ລົບຫຼາຍອົງສາ

ຫຼາຍປະເທດໃນເອີຣົບ ມີຄວາມໜາວເຢັນ ລົບຫຼາຍອົງສາ - 14 10 - ຫຼາຍປະເທດໃນເອີຣົບ ມີຄວາມໜາວເຢັນ ລົບຫຼາຍອົງສາ
ຫຼາຍປະເທດໃນເອີຣົບ ມີຄວາມໜາວເຢັນ ລົບຫຼາຍອົງສາ - kitchen vibe - ຫຼາຍປະເທດໃນເອີຣົບ ມີຄວາມໜາວເຢັນ ລົບຫຼາຍອົງສາ

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 17 ກຸມພານີ້ວ່າ: ບໍ່ສະເພາະແຕ່ຢູ່ໃນສະຫະລັດອາເມລິກາ ທີ່ມີຄວາມໜາວເຢັນຜິດປົກະຕິໃນປີນີ້, ຫຼາຍປະເທດໃນເອີຣົບ ກໍໄດ້ຮັບຜົນກະທົບດັ່ງກ່າວເຊັ່ນດຽວກັນ, ຊຶ່ງເຮັດໃຫ້ການເຄື່ອນໄຫວໄດ້ຮັບຄວາມຫຍຸ້ງຍາກ. ຢູ່ໃນປະເທດລັດເຊຍ ຫິມະໄດ້ຕົກປົກຄຸມຖະໜົນຫຼາຍເສັ້ນໃນນະຄອນຫຼວງ ມົສໂກ ເຮັດໃຫ້ການຄົມມະນາຄົມເປັນອຳມະພາດ, ຖ້ຽວບິນຕ່າງໆ ກໍຍົກເລີກໄປຕາມໆກັນ ໃນເມື່ອ ອຸນຫະພູມລົງເຖິງ ລົບ 15 ອົງສາເຊ. ວັນທີ 12 ກຸມພາ ນະຄອນຫຼວງ ມົສໂກ ຫິມະຕົກໜັກເປັນປະຫວັດການ ລື່ນປີ 1973. ເມື່ອວັນທີ 13 ກຸມພາ ຫິມະຕົກປົກຄຸມໜາເຖິງ 56 cm ໃນນະຄອນຫຼວງ ມົສໂກ, ມີຜູ້ຄົນເຂົ້າຮ່ວມມ້ຽນມັດຈັດແຈງຖະໜົນຫົນທາງເຖີງ 60.000 ຄົນ.

ໃນຂະນະດຽວກັນ ຢູ່ທີ່ ປະເທດ ອັງກິດ ກໍມີຄວາມໜາວເຢັນ ຢູ່ໃນລະດັບຕໍ່າສຸດໃນຮອບ 25 ປີ, ວັນທີ 10 ກຸມພາ ອຸນຫະພູມລົບທີ 23 ອົງສາເຊ. ທີ່ ປະເທດ ສະກ໊ອດແລນ ແລະ ຫຼາຍເຂດໃນ Wales , ທາງທີດເໜືອຂອງ ໄອສແລນ ແລະ ທາງພາກເໜືອຂອງ ອັງກິດ ໄດ້ມີຄຳແຈ້ງເຕືອນໃຫ້ລະມັດລະວັງຈະມີ ຫິມະຕົກເປັນສີເຫຼືອງ ແລະ ນໍ້າແຂງ. ຢູ່ທີ່ ລອນດອນ ແມ່ນນໍ້າ Thames ໄດ້ກ້າມເປັນນໍ້າແຂງທັງໝົດ.

ຫຼາຍປະເທດໃນເອີຣົບ ມີຄວາມໜາວເຢັນ ລົບຫຼາຍອົງສາ - Visit Laos Visit SALANA BOUTIQUE HOTEL - ຫຼາຍປະເທດໃນເອີຣົບ ມີຄວາມໜາວເຢັນ ລົບຫຼາຍອົງສາ

ຢູ່ທີ່ ເຄຣັກ ຫິມິຕົກຫຼາຍ ແລະ ໜາ ເປັນປະຫວັດການຕະຫຼອດຮອບ 12 ປີ, ຈົນເຮັດໃຫ້ ໄຟຟ້າດັບ, ການສັນຈອນຕັດຂາດ ສ້າງຄວາມຫຍຸ້ງຍາກໃນການໄປ-ມາ ໃຫ້ແກ່ປະຊາຊົນ., ວັນທີ 13 ກຸມພາ ອຸນຫະພູມລົບທີ 20 ອົງສາເຊ.

ຢູ່ທີ່ ປະເທດຕວກກີ  ຫິມະຕົກໜັກ ຈົນເຮັດໃຫ້ຄົມມະນາຄົມຖືກຕັດຂາດ ແລະ ລົດຕິດເປັນຈຳນວນຫຼາຍທີ່ Ankara ແລະ Istanbul.

ສຳນັກຂ່າວ Washington Post ໃຫ້ຮູ້ວ່າ:  ອາກາດໜາວຄົັ້ງນີ້ ໄດ້ສ້າງຜົນກະທົບຕໍ່ການກະສິກຳ ແລະ ເສດຖະກິດຢ່າງໜັກໜ່ວງ ແລະ ເຮັດໃຫ້ຕ້ອງເສຍງົບປະມານກັບ ຄວາມໜາວໃນຄັ້ງນີ້ ຫຼາຍ ຕື້ ໂດລາ

ຫຼາຍປະເທດໃນເອີຣົບ ມີຄວາມໜາວເຢັນ ລົບຫຼາຍອົງສາ - 4 - ຫຼາຍປະເທດໃນເອີຣົບ ມີຄວາມໜາວເຢັນ ລົບຫຼາຍອົງສາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!