ອິດສະລາເອລ ມີຜົນງານປະທັບໃຈ ໃນການສັກວັກຊີນຕ້ານໂຄວິດ-19
February 18, 2021 - 3:38 PM
ໃນຂະນະທີ່ຫຼາຍປະເທດ ມີຄວາມຫຍຸ້ງຍາກໃນການສັງຫາວັກຊີນ ຈາກແຫຼ່ງຕອບສະໜອງໃຫ້ ແຕ່ ອິດສະລາເອລ ສາມາດເຮັດໄດ້ ເປັນສິ່ງທີ່ໜ້າຊື່ນຊົມເປັນຢ່າງຍິ່ງ.
ສຳນັກຂ່າວ ຊີບີເອສ ໃຫ້ຮູ້ວ່າ ພຽງແຕ່ 4 ເດືອນ ເທົ່ານົັ້ນ ທີ່ ອິດສະລາເອລ ປະສົບກັບການລະບາດຂອງເຊື້ອໄວຣຮັດ ໂຄໂຣນາ ຢ່າງຮ້າຍແຮງທີ່ສຸດໃນໂລກ, ຫຼັງຈາກນັ້ນກໍມີການປິດປະຕູຢ່າງເຂັ້ມງວດ.
ຫຼັງຈາກນັ້ນ, ລັດຖະບານ ອິດສະລາເອລ ໄດ້ເຮັດຂໍ້ຕົກລົງກັບບໍລິສັດ Pfizer-BioNTech ເພື່ອໃຫ້ມີປະລິມານ ວັກຊີນພຽງພໍສັກໃຫ້ກັບຜູ້ກຸ່ມເປົ້າໝາຍ ໃຫ້ທົ່ວເຖິງໃນທ້າຍເດືອນມີນາ ທີ່ຈະມາເຖິງ.
ພາຍຫຼັງ 2 ເດືອນຕ້ານໂຄວິດ-19, ເມື່ອມາເຖິງວັນທີ 17 ກຸມພານີ້ ອິດສະລາເອລ ສາມາດສັກວັກຊີນຕ້ານໂຄວິດ-19 ໄດ້ແລ້ວ 4 ລ້ານຄົນ, ກວມ 45% ຂອງພົນລະເມືອງ ຊຶ່ງເປັນຕົວເລກທີ່ສູງທີ່ສຸດໃນໂລກ, ໃນຈຳນວນດັ່ງກ່າວມີ 2,7 ລ້ານຄົນ ໄດ້ສັກເປັນເຂັມທີ ສອງ ແລ້ວ.