ກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 6 ແບບທາງໄກ
ໃນວັນທີ 18 ກຸມພາ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 6 ແບບທາງໄກ (6th Meeting of ASEAN Coordinating Council Working Group on Public Health Emergencies) ພາຍໃຕ້ການເປັນປະທານຂອງບຣູໄນ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ; ບັນດາເຈົ້າໜ້າທີ່ອາວຸໂສອາຊຽນເສົາຄໍ້າອື່ນທີ່ກ່ຽວຂ້ອງ (ວັດທະນະທໍາ-ສັງຄົມ, ເສດຖະກິດ, ສາທາລະນະສຸກ ແລະ ຂົນສົ່ງ); ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ; ບັນດາຫົວໜ້າກົມຮັບຜິດຊອບວຽກເຂົ້າ-ອອກເມືອງ ແລະ ກົງສູນ; ອົງການທ່ອງທ່ຽວແຫ່ງຊາດອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດບັນດາໜ້າວຽກໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນເດືອນພະຈິກ 2020 ແລະ ກອງປະຊຸມວົງແຄບລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງວັນທີ 21 ມັງກອນ 2021 ຜ່ານມາ. ໃນນີ້ກອງປະຊຸມໄດ້ເຫັນດີຮັບຮອງເອົາການສ້າງຕັ້ງໜ່ວຍງານ ປະຈໍາກອງເລຂາອາຊຽນ ເພື່ອຕິດຕາມການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ; ເຫັນດີເອົາງົບປະມານ ຈໍານວນ 10,5 ລ້ານ ໂດລາສະຫະລັດ ຈາກກອງທຶນອາຊຽນເພື່ອຮັບມືກັບພະຍາດໂຄວິດ-19 ເພື່ອຈັດຊື້ວັກແຊງຕ້ານພະຍາດໂຄວິດ-19 ໃຫ້ປະຊາຊົນອາຊຽນ (ໃນນີ້ 10 ລ້ານໂດລາສະຫະລັດ ແບ່ງປັນແຕ່ລະປະເທດສະມາຊິກອາຊຽນ ລວມທັງ ສປປ ລາວ ເທົ່າທຽມກັນ ປະເທດລະ 1 ລ້ານໂດລາ ແລະ 5 ແສນໂດລາສະຫະລັດ ສໍາລັບພະນັກງານກອງເລຂາອາຊຽນ ທີ່ຈາກາກຕາ) ແລະ ເຫັນດີສ້າງຕັ້ງໜ່ວຍງານສະເພາະກິດ ເພື່ອຮ່າງຂອບຂໍ້ຕົກລົງໃນການສ້າງແລວການເດີນທາງໃນອາຊຽນ ພ້ອມທັງໃຫ້ສືບຕໍ່ປຶກສາຫາລືຮ່າງພາລະບົດບາດຂອງໜ່ວຍງານດັ່ງກ່າວ. ພ້ອມນີ້, ກອງປະຊຸມຍັງໄດ້ຊຸກຍູ້ໃຫ້ເລັ່ງລັດສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດສໍາລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນໃຫ້ສໍາເລັດໂດຍໄວ ແລະ ໄດ້ເຫັນດີທາງດ້ານຫຼັກການໃນການສະເໜີສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດສໍາລັບພາວະສຸກເສີນດ້ານສາທາລະນະສຸກອາຊຽນບວກສາມ ໂດຍໃຫ້ສືບຕໍ່ປຶກສາຫາລືໃນລາຍລະອຽດຕື່ມ.
ພິເສດ, ກອງປະຊຸມກໍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບການຄັດເລືອກປະເທດເຈົ້າພາບ (host country) ຂອງສູນສາທາລະນະສຸກສຸກເສີນ ແລະ ພະຍາດລະບາດພາກພື້ນອາຊຽນ ຊຶ່ງໄດ້ມອບໃຫ້ບັນດາເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນສືບຕໍ່ປຶກສາຫາລືກັນໃນການຄັດເລືອກດັ່ງກ່າວ.
ຜົນຂອງການປຶກສາຫາລືຄັ້ງນີ້ ຈະນໍາສະເໜີລາຍງານຕໍ່ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 29 (29th ASEAN Coordinating Council Meeting) ໃນເດືອນສິງຫາ 2021 ເພື່ອມີທິດຊີ້ນໍາຕໍ່ໄປ.