ຄວາມຫວັງໃໝ່ ຈາກ ສູນກາງລະບາດຂອງພະຍາດໂຄວິດ-19 ໃຫ່ຍອັນດັບສອງຂອງໂລກ
ໂດຍອີງຕາມສະຖິຕິຈາກ Worldometers ໃຫ້ຮູ້ວ່າ ໄລ່ມາເຖິງວັນທີ 18 ກຸມພານີ້, ອິນເດຍ ຄົງເປັນສູນກາງລະບາດໃຫ່ຍອັນດັບສອງຂອງໂລກ ຫຼັງ ສະຫະລັດອາເມລິກາ, ຊຶ່ງມີຜູ້ຕິດເຊື້ອສະສົມ 10,9 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ 156.038 ຄົນ ແລະ 10,7 ລ້ານຄົນໄດ້ຮັບການປິ່ນປົວຫາຍດີ, ກວມຫຼາຍກວ່າ 96,8%.
ລັດຖະບານ ອິນເດຍ ປະກາດວ່າ ຂະນະນີ້ ອິນເດຍ ມີຜູ້ຕິດເຊື້ອໃໝ່ກຳລັງຫຼຸດລົງນັບແຕ່ໄລຍະລະບາດສູງສຸດໃນເດືອນກັນຍາ 2020 ເປັນຕົ້ນມາ(ຂໍ້ມູນຂອງ ຣອຍເຕີ ແລະ ບີບີຊີ).
ໃນໄລຍະ 7 ວັນທີ່ຜ່ານມາ, ຖ້າສະເລ່ຍແລ້ວມີຜູ້ຕິດເຊື້ອໃໝ່ 11.000 ຄົນ, ຫຼຸດລົງ 12% ເມື່ອທຽບໃສ່ ຈຸດສູງສຸດໃນວັນທີ 17 ກັນຍາ 2020.
ຈຳນວນຜູ້ເສບຊີວິດກໍມີທ່າອ່ຽງຫຼຸດລົງ ຖ້າທຽບໃສ່ເມື່ອມີການລະບາດສູງສຸດໃນເດືອນກັນຍາ 2020, ຊຶ່ງສະເລ່ຍແຕ່ລະວັນມີຜູ້ເສຍຊີວິດ 1.100 ຄົນ ແລະ ນັບແຕ່ເດືອນກຸມພາ ປີນີ້ມີພຽງ 100ຄົນເສຍຊີວິດຕໍ່ວັນ.
ຖ້າຫາກມີທ່ວງທ່າດີຂຶ້ນຕາມລຳດັບແບບນີ້ ພ້ອມທັງມີການສັກວັກຊີນປ້ອງກັນຕື່ມອີກ ອິນເດຍ ມີຄວາມຫວັງວ່າ ຈະສາມາດຢຸດຢັ້ງການລະບາດຂອງໂຄວິດ-19 ໄດ້ຢ່າງແນ່ນອນ.