ຍ້ອນເຫດຜົນອັນໃດ ເອຣົບ ຈຶ່ງຫັນໜ້າມາຊື້ວັກຊີນຂອງຈີນ ແລະ ລັດເຊຍ?
ສຳນັກຂ່າວ ຊີເອັນເອັນ ລາຍງານເມື່ອວັນທີ 22 ກຸມພານີ້ ໃຫ້ຮູ້ວ່າ ບັນດາປະເທດໃນ ຂົງເຂດ ຕາເວັນຕົກຂອງ Balkan ເຊັ່ນ: Kosovo, Montenegr ແລະ Bosnia – Herzegovina ກຳລັງລໍຖ້າຮັບວັກຊີນຊຸດທຳອິດ, ໃນຂະນະດຽວ Albania ແລະ Macedonia ເໜືອ ໃນຂະນະນີ້ ໄດ້ສັກວັກຊີນຫຼາຍຮ້ອຍຄົນໄປແລ້ວ.
ບັນດາປະເທດ ຕາເວັນຕົກໃນເຂດ Balkan ເປັນພັນທະມິດທີ່ສຳຄັນ ແລະ ເປັນສະມາຊິກໃນອະນາຄົດຂອງສະຫະພັນ ເອີຣົບ ແຕ່ເຂົາຖືກປະຖິ້ມໄວ້ເບື້ອງຫຼັງ ໃນການຕອບສະໜອງວັກຊີນຂອງກຸ່ມດັ່ງກ່າວ.
ເອີຣົບ ໃຫ້ຄຳໝັ້ນສັນຍາວ່າ ຈະຕອບສະໜອງວັກຊີນຕ້ານໂຄວິດ-19 ຫຼາຍຊະນິດ, ໃນຈຳນວນ 2,3 ລ້ານຕື້ ໂດສ ໃຫ້ກັບປະເທດສະມາຊິກເຫຼົ່ານັ້ນ ແລະ ຈະແບ່ງປັນໃຫ້ກັບບັນດາປະເທດຈຳນວນໜຶ່ງຕື່ມອີກ. ທັງໄດ້ແບ່ງປັນສະເພາະ 70 ລ້ານເອີໂຣໃຫ້ກັບເຂດຕາເວັນຕົກ Balkan ເພື່ອຊື້ວັກຊີນໃນອະນາຄົດ, ແຕ່ເນື່ອງຈາກວ່າ ການແບ່ງປັນຊັກຊ້າ ຈົນເຖິງຂັ້ນໂຈະອອກໄປ ຈຶ່ງເຮັດໃຫ້ບັນດາປະເທດໃນຂົງເຂດຕາເວັນຕົກຂອງ Balkan ຈຳຕ້ອງໄດ້ລໍຖ້າຕໍ່ໄປ.
ອີກດ້ານໜຶ່ງ ບັນດາປະເທດເຫຼົ່ານີ້ ຊໍ້າຍັງເປັນປະເທດທີ່ຮັ່ງມີ ຈຶ່ງກາຍເປັນປະເທດເປົ້າໝາຍໃຫ້ການຊ່ວຍເຫຼືອບັນດາປະເທດທີ່ທຸກຍາກໃນໂຄງການວັກຊີນໂຄວິດ-19.
ບັນດາປະເທດທີ່ກ່າວຂ້າງເທິງນັ້ນ, ລ້ວນແຕ່ເຂົ້າຮ່ວມໂຄງການ ໂຄແວັກ ຂອງສະຫະປະຊາຊາດ ແຕ່ແຫຼ່ງຕອບສະໜອງມີຄວາມຈຳກັດ ຈຶ່ງສຸມໃສ່ພຽງແຕ່ 92 ປະເທດທີ່ມີລາຍຮັບຕໍ່າ ແລະ ປານກາງ ທີ່ບໍ່ມີຄວາມສາມາດຊື້ວັກຊີນໄດ້ ແລະ ບັນດາປະເທດໃນຂົງເຂດຕາເວັນຕົກຂອງ Balkan ຈຶ່ງບໍ່ຕົກຢູ່ໃນເປົ້າໝາຍດັ່ງກ່າວ.
ຍ້ອນເຫດຜົນດັ່ງກ່າວ ບັນດາປະເທດເຫຼົ່ານັ້ນ ຈຶ່ງອວ່າຍໜ້າມາເຮັດຂໍ້ຕົກລົງຊື້ວັກຊີນຂອງ ຈີນ ແລະ ລັດເຊຍແທນ.