ຫຼາຍເຂດໃນທົ່ວໂລກທີ່ມີການລະບາດໜັກຂອງໂຄວິດ-19 ໄດ້ມີທ່າອ່ຽງຫຼຸດລົງ
ສຳນັກຂ່າວ New York Times ລາຍງານເມື່ອວັນທີ 23 ກຸມພານີ້ ໂດຍອ້າງອີງຄຳເຫັນຂອງຜູ້ຊ່ຽວຊານ ໃຫ້ຮູ້ວ່າ ຫ່າງຈາກນີ້ໜຶ່ງເດືອນ ສະພາບການແພ່ລະບາດຂອງພະຍາດໃນທົ່ວໂລກແມ່ນເຕັມໄປດ້ວຍຄວາມມືດມົນ, ວັນດຽວມີຜູ້ຕິດເຊື້ອໃໝ່ເຖິງ 750.000 ກໍລະນີ, ໂດຍສະເພາະແມ່ນສະຫະລັດອາເມລິກາ ຜູ້ຕິດເຊື້ອໃໝ່ນັບມື້ເພີ່ມຂຶ້ນ. ສ່ວນຢູ່ອັງກິດ, ບຣາຊີລ ແລະ ແອຟຣິກກາໃຕ້ ໄດ້ເກີດມີການກາຍພັນຫຼາຍຊະນິດ ແລະ ມີຄວາມສ່ຽງແພ່ລະບາດໄປຍັງຫຼາຍປະເທດທົ່ວໂລກ.
ແຕ່ໃນມໍ່ໆ ມານີ້, ສະຖານະການແພ່ລະບາດຂອງພະຍາດໃນທົ່ວໂລກໄດ້ມີທ່າອ່ຽງຫຼຸດລົງ. ຈຳນວນຜູ້ຕິດເຊື້ອໃໝ່ຫຼຸດລົງເຄິ່ງໜຶ່ງ ເມື່ອທຽບໃສ່ ໄລຍະການລະບາດໜັກ, ສ່ວນໜຶ່ງແມ່ນຍ້ອນມີອາກາດອົບອຸ່ນຂຶ້ນ, ຜູ້ປ່ວຍທີ່ເຂົ້າໂຮງໝໍກໍຫຼຸດລົງ, ໂດຍສະເພາະແມ່ນບັນດາປະເທດທີ່ມີການຕິດເຊື້ອໜັກທີ່ສຸດກໍຫຼຸດລົງເຊັ່ນດຽວກັນ.
ໂດຍອີງຕາມການລວບລວມສະຖິຕິຂອງ New York Times ໃຫ້ຮູ້ວ່າ ໃນຮອບ 28 ວັນທີ່ຜ່ານມາ ຈຳນວນຜູ້ຕິດເຊື້ອໃໝ່ແມ່ນຫຼຸດລົງ 40-86% ໃນ 28 ປະເທດ ລວມທັງບັນດາປະເທດທີ່ມີການລະບາດແຮງທີ່ສຸດເຊັ່ນ: ສະຫະລັດອາເມລິກາ ຫຼຸດລົງ 62%, ອັງກິດຫຼຸດລົງ 70% ແລະ ສະເປນຫຼຸດລົງ 69%.
ສຳນັກຂ່າວ New York Times ໃຫ້ຮູ້ເພີ່ມເຕີມວ່າ ໃນຂະນະນີ້, ຜູ້ຕິດເຊື້ອໃໝ່ໃນບັນດາປະເທດທົ່ວໂລກມີທ່າອ່ຽງຫຼຸດລົງ, ໂດຍສະເພາະແມ່ນຢູ່ໃນບັນດາປະເທດທີ່ມີການລະບາດແຮງເຊັ່ນ: ສະຫະລັດອາເມລິກາ, ອັງກິດ, ແອຟຣິກກາໃຕ້, ບຣາຊີລ, ເຢຍລະມັນ ແລະ ໂຄລົມເບຍ.
ຜູ້ຊ່ຽວຊານໃຫ້ຮູ້ວ່າ ການຕິດເຊື້ອໂຄວິດ-19 ມີທ່າອ່ຽງຫຼຸດລົງ ແມ່ນມາຈາກຫຼາຍສາເຫດ, ໃນນັ້ນກໍຕ້ອງເວົ້າເຖິງການໃສ່ຜ້າອັດປາກ-ດັງ, ການປະຕິບັດມາດຕະການໄລຍະຫ່າງທາງສັງຄົມ, ອາກາດອົບອຸ່ນຂຶ້ນ ແລະ ພູມຄຸ້ມກັນພະຍາດແບບທຳມະຊາດຂອງຜູ້ທີ່ເຄີຍຕິດເຊື້ອ ແລະ ປົວຫາຍດີ.