ອາເມລິກາທົດລອງລູກສອນໄຟ ຂ້າມທະວີບ Minuteman III
February 25, 2021 - 9:55 AM
ເພັນຕາກອນ ຫລື ກະຊວງປ້ອງກັນປະເທດອາເມລິກາ ເຜີຍແຜ່ຄິບວິດີໂອເປັນພາບການທົດລອງຍິງລູກສອນໄຟຂ້າມທະວີບ Minuteman III ຈາກຖານທັບອາກາດ ແວເດນເບິກ ໃນລັດແຄລິຟໍເນຍ ກາງຄືນວັນທີ 23 ກຸມພາຜ່ານມາ ຕາມເວລາທ້ອງຖິ່ນ.
ເພັນຕາກອນ ລະບຸວ່າ: ລູກສອນໄຟເດີນທາງດ້ວຍຄວາມໄວ 24.000 ກິໂລແມັດຕໍ່ຊົ່ວໂມງ ແລະ ເດີນທາງຂ້າມມະຫາສະໝຸດປາຊີຟິກໄປປະມານ 6.759 ກິໂລແມັດ ກ່ອນຕົກລົງບໍລິເວນໃກ້ກັບເກາະມາຣແຊລ.