ສ.ເກົາຫລີ ປະຊາກອນຫລຸດລົງ ເພາະມີຄົນຕາຍຫລາຍກວ່າເກີດໃໝ່
ສ.ເກົາຫລີ ປະຊາກອນຫລຸດລົງເປັນຄັ້ງທຳອິດ ເພາະອັດຕາຜູ້ເສຍຊີວິດສູງກວ່າເດັກເກີດໃໝ່, ຂະນະທີ່ຜູ້ຊ່ຽວຊານຊີ້ໂຄວິດ-19 ມີສ່ວນຊ້ຳຕື່ມໃຫ້ຈຳນວນເດັກເກີດໃໝ່ຫລຸດລົງ.
ວັນທີ 24 ກຸມພາ 2021, ສຳນັກຂ່າວຍອນຮັບ ສື່ ສ.ເກົາຫລີ ລາຍງານວ່າ: ຈຳນວນປະຊາກອນ ສ.ເກົາຫລີ ທີ່ສຳຫລວດໃນປີຜ່ານມາຫລຸດລົງເປັນຄັ້ງທຳອິດ ໂດຍປະຊາກອນ ສ.ເກົາຫລີ ຫລຸດລົງ 33.000 ຄົນ ຖືເປັນຄັ້ງທຳອິດນັບແຕ່ທົດສະວັດທີ 1970 ຂອງ ສ.ເກົາຫລີ.
ໜ່ວຍງານດ້ານການສຳຫລວດປະຊາກອນຢູ່ ສ.ເກົາຫລີ ຊີ້ວ່າ: ປັດໄຈສຳຄັນທີ່ເຮັດໃຫ້ປະຊາກອນ ສ.ເກົາຫລີ ຫລຸດລົງ ເປັນເພາະອັດຕາການເກີດຂອງປະຊາກອນໜ້ອຍກວ່າອັດຕາຜູ້ເສຍຊີວິດ ໂດຍໃນປີຜ່ານມາ ອັດຕາເດັກເກີດໃໝ່ຕໍ່ປະຊາກອນ 1.000 ຄົນຢູ່ທີ່ 5,3 ເຊິ່ງຖືວ່າໜ້ອຍທີ່ສຸດນັບແຕ່ມີການເກັບກຳສະຖິຕິເປັນຕົ້ນມາ ໂດຍຜູ້ຊ່ຽວຊານຍັງຊີ້ອີກວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີຜ່ານມາ ເປັນອີກປັດໄຈທີ່ເຮັດໃຫ້ອັດຕາການເກີດຂອງປະຊາກອນຫລຸດລົງ.
ຂະນະດຽວກັນ ສ.ເກົາຫລີ ຍັງຢູ່ໃນສະພາບສັງຄົມຜູ້ອາຍຸສູງ ໂດຍລັດຖະບານ ສ.ເກົາຫລີ ຄາດວ່າໃນອີກ 4 ປີຕໍ່ໜ້າ ສ.ເກົາຫລີ ຈະມີປະຊາກອນອາຍຸ 65 ປີຂຶ້ນໄປ ສູງເຖິງ 20% ຂອງປະຊາກອນທົ່ວປະເທດ.