ຂະບວນການສັກວັກຊີນປ້ອງກັນໂຄວິດ-19 ໃນປະຫວັດສາດໂລກ ເລີ່ມຂຶ້ນແລ້ວ
ແຫຼ່ງຂ່າວຕ່າງປະເທດ ວັນທີ 25 ກຸມພານີ້ ໃຫ້ຮູ້ວ່າ ຂະນະນີ້ມີວັກຊີນປ້ອງກັນໂຄວິດ-19, 213 ລ້ານໂດສ ໄດ້ແຈກສັນປັນສ່ວນໄປໃຫ້ກັບ 95 ປະເທດໃນທົ່ວໂລກແລ້ວ. ອີງຕາມຂໍ້ມູນຈາກສຳນັກຂ່າວ Bloomberg ໃຫ້ຮູ້ວ່າ ອັດຕາສ່ວນການແບ່ງປັນວັກຊີນໃໝ່ຫຼ້າສຸດແມ່ນ 6,11 ລ້ານໂດສ ຕໍ່ວັນ.
ວັກຊີນ Pfizer/BioNTech ຂະນະນີ້ ໄດ້ຮັບອະນຸຍາດໃຫ້ນຳໃຊ້ທົ່ວອາເມລິກາເໜືອ, ເອີຣົບ ແລະ ຈີນແລ້ວ ແລະ ການສັກວັກຊີນປ້ອງກັນໂຄວິດ-19 ໄດ້ເລີ່ມຂຶ້ນໃນທົ່ວໂລກຢ່າງໜ້ອຍ 95 ປະເທດແລ້ວ. ວັກຊີນ Pfizer/BioNTech ແລະ ໂມເດິນນາ ລ້ວນແຕ່ມີປະສິດທິພາບສະກັດກັ້ນການແພ່ລະບາດຂອງໄວຣັດ ໂຄໂຣນາໄດ້ດີເຖິງ 95%.
ສ່ວນວັກຊີນ AstraZeneca ທີ່ມະຫາວິທະຍາໄລ Oxford ພັດທະນາຂຶ້ນມານັ້ນ ອັງກິດໄດ້ອອກໃຍອະນຸຍາດໃຫ້ແລ້ວເມື່ອວັນທີ 30 ທັນວາ 2020 ທີ່ຜ່ານມາ. ສ່ວນຈີນ ແລະ ລັດເຊຍ ກໍໄດ້ອະນຸມັດໃຫ້ນຳໃຊ້ວັກຊີນທີ່ຜະລິດຢູ່ພາຍໃນປະເທດໄດ້ແຕ່ເມື່ອເດືອນກໍລະກົດ ແລະ ສິງຫາ 2020 ເປັນຕົ້ນມາ.
ມາເຖິງຂະນະນີ້, ມີອັດຕາສ່ວນສະເລ່ຍຜູ້ທີ່ໄດ້ຮັບການສັກວັກຊີນຫຼ້າສຸດ 6.105.200 ໂດສຕໍ່ວັນ, ຖ້າການສັກຢູ່ໃນລະດັບນີ້ຄາດວ່າອີກ 5,1 ປີຂ້າງໜ້າ ປະຊາກອນໂລກ 75% ຈື່ງຈະໄດ້ສັກວັກຊີນຄົບ 2 ເຂັມ.
ການແຈກຢາຍວັກຊີນຫຼາຍຕື້ໂດສ ໄປໃຫ້ທົ່ວໂລກ ແມ່ນການທ້າຍທາຍທີ່ໃຫ່ຍຫຼວງທີ່ສຸດ.