ທ່ານ ປະທານ ສີຈີນຜິງ ຂອງຈີນປະກາດວ່າ “ໄຊຊະນະຢ່າງຮາບຄາບແລ້ວ” ບັ້ນຮົບຕໍ່ສູ້ກັບຄວາມຍາກຈົນ
February 25, 2021 - 3:49 PM
ສຳນັກຂ່າວ ‘ທົ່ວໂລກ’ລາຍງານເມື່ອວັນທີ 25 ກຸມພານີ້ ໃຫ້ຮູ້ວ່າ ປະທານ ສີຈີນຜິງ ຂອງຈີນ ຢືນຢັນເຖິງສະພາວະຄວາມທຸກຍາກຂາດເຂີນໃນຈີນວ່າ ຖືກລຶບລ້າງຢ່າງຊິ້ນເຊິງໄປແລ້ວ.
ສຳນັກຂ່າວ ‘ທົ່ວໂລກ’ ຍັງໃຫ້ຮູ້ຕື່ມອີກວ່າ ຕະຫຼອດໄລຍະ 8 ປີທີ່ຜ່ານມາ ມີປະຊາຊົນໃນຊົນນະບົດຂອງຈີນທຸກຍາກໃນລະດັບຕໍ່າສຸດ98,99 ລ້ານຄົນ ມາບັດນີ້ຖືກລຶບລ້າງຢ່າງຊິ້ນເຊີງ.
ນັບຕັ້ງແຕ່ມື້ຈີນເລີ່ມມີການປະຕິຮູບ ແລະ ເປີດປະຕູສູ່ໂລກພາຍນອກໃນຊຸມປີ 70 ນັ້ນ, ມີຊາວກະສິກອນທີ່ທຸກຍາກເຖິງ 770 ລ້ານຄົນ ປັດຈຸບັນຖືກລຶບລ້າງຕາມມາດຕະຖານຄວາມທຸກຍາກຂອງລັດຖະບານຈີນວາງອອກ. ນອກຈານີ້ ຈີນຍັງໄດ້ປະກອບສ່ວນເຂົ້າໃນກອງທຶນລືບລ້າງຄວາມທຸກຍາກໃນທົ່ວໂລກຫຼາຍກວ່າ 70% .