ມ້າງເຄືອຂ່າຍລັກລອບຂ້າມແດນຜິດກົດໝາຍຈາກຫວຽດນາມ ເຂົ້າລາວ
ວາລະສານ ລາວ-ຫວຽດນາມ ວັນທີ 25 ກຸມພານີ້ ລາຍງານວ່າ ກ່ອນໜ້ານີ້ ຄືປະມານເວລາ 1 ໂມງ 45 ນາທີຂອງວັນທີ 21 ກຸມພານີ້ ຢູ່ທີ່ເຂດຫຼັກໝາຍຊາຍແດນ ຫວຽດນາມ-ລາວ, ຫຼັກໝາຍເລກທີ 404 ທີ່ຂຶ້ນກັບບ້ານ ຕຽນຕຽວ, ຕາແສງນໍ້າກັ່ນ, ເມືອງກີເຊີນ, ແຂວງເຫງະອານ ຂອງຫວຽດນາມ, ເຈົ້າໜ້າທີ່ປ້ອງກັນຊາຍແດນ, ສະກັດກັ້ນການລັກລອບຄ້າຂາຍຢາເສບຕິດ ແລະ ການກໍ່ອາດຊະຍາກຳ ຂອງຫວຽດນາມ ໄດ້ສົມທົບກັບເຈົ້າໜ້າທີ່ດ່ານຊາຍແດນສາກົນນໍ້າກັ່ນ ໄດ້ຈັບກຸມ ທ້າວ ຊຽງພົມມີ ຫຼື ທ້າວ ຄຳບໍ່, ເກີດປີ 1967 ທີ່ແຂວງຊຽງຂວາງ ໄດ້ຕິດຕໍ່ເອົາຊາວຫວຽດນາມ 9 ຄົນ ລັກລອບຂ້າມຊາຍແດນຈາກຫວຽດນາມເຂົ້າມາລາວ ທີ່ຜິດກົດໝາຍ.
ຜ່ານການສືບສວນສອບສວນ, ເບື້ອງຕົ້ນ ທ້າວຊຽງພົມມີ ຍອມຮັບວ່າ ມີຊາວຫວຽດນາມຄົນໜຶ່ງຊື່ວ່າ ແຮັງ( ບໍ່ຮູ້ນາມສະກຸນ ແລະ ທີ່ຢູ່) ຈ້າງໃຫ້ຕົນເອງນຳເອົາຊາວຫວຽດນາມ 9 ຄົນຢູ່ບ້ານ ຕຽນຕຽວ, ຕາແສງ ນໍ້າກັ່ນ, ເມືອງກີເຊີນ ລັກຂ້າມແດນເຂົ້າໄປລາວ. ຊຽງພົມມີ ໄດ້ຮັບຄ່າຈ້າງເປັນເງິນ 5-7 ລ້ານດົງຕໍ່ຄົນ( ສະກຸນເງິນຫວຽດນາມ).
ຂະນະນີ້, ເຈົ້າໜ້າທີ່ຊາຍແດນແຂວງເຫງະອານກຳລັງຂະຫຍາຍການສອບສວນເພື່ອຈັບກຸມຜູ້ທີ່ມີສ່ວນກ່ຽວຂ້ອງພົວພັນຕໍ່ໄປ.