ໂຈໄບເດັນ ຍົກເລີກຄຳສັ່ງຫ້າມ ຜູ້ຖືບັດສີຂຽວ ຂອງໂດນັລທຣຳ
ປະທານາທິບໍດີ ໂຈໄບເດັນ ລົງນາມປະກາດຍົກເລີກ ທີ່ອອກໃຫ້ໂດຍລັດຖະບານຂອງ ໂດນັລທຣຳ ທີ່ຫ້າມພົນລະເມືອງທຸກສັນຊາດ ທີ່ກຳລັງລໍຖ້າພິຈາລະນາ ຂໍບັດສີຂຽວ ຫຼື ໃບຂຽວ ເຂົ້າປະເທດສະຫະລັດ ຫຼື ທີ່ຮູ້ຈັກກັນໃນຊື່ ‘ປະກາດປະທານາທິບໍດີ 100014’ ຊຶ່ງປະກາດໃຊ້ເພື່ອປ້ອງກັນຕຳແໜ່ງງານໃນສະຫະລັດ ທ່າມກາງອັດຕາການວ່າງງານທີ່ສູງຂຶ້ນຈາກການລະບາດຂອງໂຄວິດ-19.
ເມື່ອວັນພຸດທີ່ຜ່ານມາ, ທຳນຽບຂາວໄດ້ອອກຖະແຫຼງການລະບຸວ່າ ໄບເດັນ ໄດ້ລົງນາມເພື່ອຍົກເລີກປະກາດດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ ພ້ອມທັງຊີ້ວ່າ ການສັ່ງຫ້າມຂອງທຣຳ ເຮັດໃຫ້ຄອບຄົວຕ້ອງແຕກແຍກ ແລະ ບໍ່ໄດ້ເຮັດໃຫ້ສະຫະລັດໄດ້ຮັບປະໂຫຍດຫຍັງ.
ໃນທາງກົງກັນຂ້າມ ມັນເປັນອັນຕະລາຍຕໍ່ສະຫະລັດ ແລະ ຍັງເປັນທັງການປິດໂອກາດໃຫ້ສະມາຊິກຄອບຄົວຂອງພົນລະເມືອງສະຫະລັດ ແລະ ຜູ້ຢູ່ອາໄສຖາວອນທີ່ຖືກຕ້ອງດ້ວຍກົດໝາຍໄດ້ພົບກັບຄອບຄົວຂອງພວກເຂົາ.
ຢ່າງໃດກໍຕາມ ໄບເດັນຍັງຄົງມາດຕະການລະງັບການຮັບແຮງງານບາງປະເທດເອົາໄວ້ກ່ອນ ໂດຍຈະຄົບກຳນົດໃນວັນທີ 31 ມີນາຄົມທີ່ຈະມາເຖິງ.
ພາຍຫຼັງເຂົ້າຮັບຕຳແໜ່ງປະທານາທິບໍດີແລ້ວ, ໄບເດັນໄດ້ຍົກເລີກນະໂຍບາຍຫ້າມຊາວມູດສະລີມ ແລະ ນະໂຍບາຍທີ່ບັງຄັບໃຫ້ຜູ້ຂໍລີ້ໄພໃນສະຫະລັດຂອງພວກເຂົາກຳລັງຢູ່ໃນລະຫວ່າງການພິຈາລະນາ.