ກົມການເມືອງສູນກາງພັກ ເຫັນດີຍຸບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
March 1, 2021 - 11:47 AM
ວັນທີ 25 ກຸມພາ 2021 ຜ່ານມາ ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງ ເລກທີ 09/ກມສພ ລົງວັນທີ 25/02/ 2021 ວ່າດ້ວຍການຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ໂດຍອີງຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ; ການຕົກລົງຂອງກອງປະຊຸມກົມການເມືອງສູນກາງພັກ ໃນຄັ້ງວັນທີ 23-24 ກຸມພາ 2021; ໜັງສືສະເໜີຂອງຄະນະປັບປຸງກົງຈັກການຈັດຕັ້ງລັດ ສະບັບເລກທີ 03/ຄປກລ, ລົງວັນທີ 25 ກຸມພາ 2021.
ໄດ້ຕົກລົງເຫັນດີຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ເຊິ່ງຈະໄດ້ມີການສັບຊ້ອນພະນັກງານລັດຖະກອນດັ່ງນີ້:
- ສັບຊ້ອນວຽກງານວິທະຍາສາດ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງສຶກສາທິການ ແລະ ກິລາ.
- ສັບຊ້ອນວຽກງານເຕັກໂນໂລຊີລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ.
- ສັບຊ້ອນວຽກງານມາດຕະຖານ-ວັດແທກ, ວຽກງານຊັບສິນທາງປັນຍາ ລວມທັງກົງຈັກ ແລະ ພະນັກງານລັດຖະກອນ ໄປຂຶ້ນກັບກະຊວງອຸດສາຫະກໍາ ແລະ ການຄ້າ.
- ສັບຊ້ອນສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ໄປຂຶ້ນກັບ ກະຊວງກະສິກໍາ ແລະ ປ່າໄມ້.
- ມອບໂອນວຽກງານພະລັງງານທົດແທນ ແລະ ວັດສະດຸໃໝ່ ໄປໃຫ້ກະຊວງພະລັງງານ ແລະ ບໍ່ແຮ່.
- ສັບຊ້ອນ ແລະ ໂຮມກົມຊ່ວຍໜູນ ເຊັ່ນ: ຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມແຜນການ ແລະ ການຮ່ວມມື ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ກະຊວງສຶກສາທິການ ແລະ ກິລາ; ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ.
- ສັບຊ້ອນພະນັກງານ-ລັດຖະກອນ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄປເຂົ້າກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ກະຊວງສຶກສາທິການ ແລະ ກິລາ; ກະຊວງອຸດສາຫະກໍາ ແລະ ການຄ້າ; ແລະ ກະຊວງ, ອົງການອື່ນ ຫຼື ຫັນລົງທ້ອງຖິ່ນ ຕາມຄວາມເໝາະສົມ;
- ດ້ານການມອບໂອນວຽກງານນັ້ນ ໃຫ້ມອບໂອນທັງວຽກ, ຄົນ, ງົບປະມານ-ວັດຖຸອຸປະກອນ, ຊັບສິນ ໄປຕາມແຕ່ລະວຽກງານ.
- ມອບໃຫ້ ລັດຖະບານ, ຄະນະປັບປຸງກົງຈັກການຈັດຕັ້ງລັດ ແລະ ກະຊວງທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຕາມມະຕິຕົກລົງສະບັບນີ້.
- ສະພາແຫ່ງຊາດ, ລັດຖະບານ, ພາກສ່ວນທີ່ກ່ຽວຂ້ອງ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມມະຕິຕົກລົງສະບັບນີ້ຢ່າງເຂັ້ມງວດ.
- ມະຕິຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.