WBO ຢືນຢັນຜົນການຕັດສິນ ປາກຽວ ເສຍຄະແນນໃຫ້ ຮອນ

- news NVOXrTzutX112517 533 - WBO ຢືນຢັນຜົນການຕັດສິນ ປາກຽວ ເສຍຄະແນນໃຫ້ ຮອນ
- kitchen vibe - WBO ຢືນຢັນຜົນການຕັດສິນ ປາກຽວ ເສຍຄະແນນໃຫ້ ຮອນ

- news NVOXrTzutX112517 533 300x200 - WBO ຢືນຢັນຜົນການຕັດສິນ ປາກຽວ ເສຍຄະແນນໃຫ້ ຮອນ
ອົງການມວຍໂລກ ຫຼື WBO ອອກມາຢືນຢັນຜົນການ ຕັດສິນການຊົກຊີງແຊ໊ມໂລກຮຸ່ນ ເວລເຕີເວດ ນັດທີ່ ແມນນີ ປາ ກຽວ ພິກລ໊ອກເສຍຄະແນນເອກະ ພາບໃຫ້ ເຈຟ ຮອນ ຜູ້ທ້າຊີງໃນ ການຊົກທີ່ ຊັນຄອບ ໃນເມືອງ ບຣິສເບນ ປະເທດອອສເຕຣເລຍ ໃນວັນທີ 2 ກໍລະກົດຜ່ານມາ ຫຼັງຄະນະກຳມະການຂອງ W BO ໄດ້ເຮັດການໃຫ້ຄະແນນ ການຊົກອີກຄັ້ງຕາມການຮຽກ ຮ້ອງຂອງ ປາກຽວ ແລະ ຜົນກໍ ອອກມາເປັນ ຮອນ ຊະນະຄະ ແນນຄືເກົ່າ.
WBO ໄດ້ເຮັດການແຕ່ງ ຕັ້ງຄະນະກຳມະການຈາກປະ ເທດຕ່າງໆທັງໝົດ 5 ຄົນ ມາວິ ເຄາະ ແລະ ໃຫ້ຄະແນນໃນນັດ ດັ່ງກ່າວ ໂດຍບໍ່ມີການເປີດສຽງ ເຊິ່ງຜົນອອກມາຄະນະກຳມະ ການດັ່ງກ່າວໃຫ້ ຮອນ ຊະນະ 7 ຍົກ ຂະນະທີ່ ປາກຽວ ຊະນະ ພຽງ 5 ຍົກ ໂດຍ WBO ລະບຸ ວ່າການວິເຄາະ ແລະ ທົບທວນ ໃຫ້ຄະແນນການຄັ້ງນີ້ ມີຂຶ້ນເພື່ອ ຢືນຢັນຄວາມໂປ່ງໃສເທົ່ານັ້ນ ເພາະເຖິງແນວໃດພວກເຂົາກໍບໍ່ມີອຳນາດໃນການກັບຄຳຕັດສິນຢູ່ແລ້ວ ໂດຍຫົວໜ້າຂອງສະຖາບັນ ມວຍຊື່ດັງລະບຸວ່າ: “ຜົນການຕັດ ສິນຈະສາມາດປ່ຽນແປງໄດ້ກໍຕໍ່ ເເມື່ອມີການຮັບສິນບົນ ຫຼື ລະ ເມີດກົດໝາຍເກີດຂຶ້ນ ເຊິ່ງໃນກໍ ລະນີນີ້ ມັນບໍ່ໄດ້ເປັນແບບນັ້ນ”.

- 5 - WBO ຢືນຢັນຜົນການຕັດສິນ ປາກຽວ ເສຍຄະແນນໃຫ້ ຮອນ
- Visit Laos Visit SALANA BOUTIQUE HOTEL - WBO ຢືນຢັນຜົນການຕັດສິນ ປາກຽວ ເສຍຄະແນນໃຫ້ ຮອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!