ປະທານາທິບໍດີ Rodrigo Duterte ຂອງ ຟີລິບປິນ ກ່າວວ່າ: ຈີນໃຫ້ພວກເຮົາທຸກຢ່າງ ແຕ່ບໍ່ທັນເຫັນຮຽກຮ້ອງຫຍັງຄືນຈັກຢ່າງ.
ສຳນັກຂ່າວ The Philippine Star ຂອງ ຟີລິບປິນ ເມື່ອວັນທີ 1 ມີນານີ້ ລາຍງານໃຫ້ຮູ້ວ່າ: “ພວກເຮົາຈະຢຸດຕິທັນທີ” ຂໍ້ຕົກລົງທາງທະຫານສອງຝ່າຍກັບວໍຊິງຕັນ ຖ້າຫາກພົບເຫັນອາວູດນິວເຄຣຍຂອງສະຫະລັດອາເມລິກາ ຢູ່ໃນດິນແດນຂອງ ຟີລິບປິນ, ທ່ານ Duterte ກ່າວ.
ເມື່ອກ່າວເຖິງຈີນ ທ່ານ Duterte ຢືນຢັນວ່າ: “ຂ້າພະເຈົ້າປະກາດວ່າ ຈະມີແນວທາງການຕ່າງປະເທດທີ່ເປັນເອກະລາດຂອງຕົນເອງ”.
ໃນພິທີຮັບວັກຊີນຊຸດທຳອິດຈາກຈີນ ຈຳນວນ 600.000 ໂດສ ໃນສະໜາມບິນ Villamor ທ່ານກ່າວ່າ: “ຂ້າພະເຂົ້າໄດ້ຢືນຢັນກັບຈີນວ່າ: ຈະບໍ່ອະນຸຍາດໃຫ້ອາວຸດນິວເຄຣຍຂອງສະຫະລັດອາເມລິກາເຂົ້າມາໃນຟີລິບປິນເປັນອັນຂາດ” ແລະ ທ່ານກ່າວຢໍ້າອີກວ່າ: “ຈີນໃຫ້ພວກເຮົາທຸກສິ່ງທຸກຢ່າງ ແຕ່ບໍ່ທັນເຫັນຮຽກຮ້ອງຄືນຫຍັງກັບພວກເຮົາຈັກຢ່າງ”.
ເມື່ອຖືກຖາມເຖິງຄວາມອາດສາມາດ ອາວູດນິວເຄຣຍຂອງສະຫະລັດ ອາດຈະມີໜ້າຢູ່ໃນ ຟີລິບປິນ ທ່ານ Duterte ກ່າວວ່າ: “ບໍ່ແມ່ນພວກເຮົາເອົາໃຈຈີນ ແຕ່ຫາກແມ່ນ ລັດຖະທຳມະນູນຂອງຟີລິບປິນ ບໍ່ອະນຸຍາດໃຫ້ ມີອາວຸດນິວເຄຣຍບົນດິນແດນຂອງຟີລິບປິນ. ພວກເຮົາບໍ່ປະຖະໜ້າ ບັນຫາດັ່ງກ່າວ ແຕ່ກໍຂໍເຕືອນເພື່ອນອາເມລິກາໄວ້ກ່ອນວ່າ: ຖ້າຂ້າພະເຈົ້າຫາກຮູ້ວ່າມີອາວູດນິວເຄຣຍຂອງສະຫະລັດຢູ່ໃນດິນແດນຂອງ ຟີລິບປິນ ຂ້າພະເຈົ້າຈະຮຽກຮ້ອງໃຫ້ຖອນອອກໄປທັນທີ ແລະ ຈະຢູດຕິຂໍ້ຕົກລົງທັນທີກັບສະຫະລັດ”.